ພິທີແຫ່ຮູບປັ້ນລຸງໂຮ່ຈາກວຽງຈັນໄປຍັງປະເທດໄທ

ພິທີແຫ່ຮູບປັ້ນລຸງໂຮ່ຈາກວຽງຈັນໄປຍັງປະເທດໄທ - ảnh 1
 ( ພາບປະກອບ )

( vovworld ) -   ວັນ​ທີ 15/2, ​ຊາວ ຫວຽ​ດນາມ ຢູ່​ແຂວງ​ນະຄອນ​ພະນົມ ຂອງ​ ໄທ​ ​ໄດ້​ຈັດ​ພິທີ​ແຫ່ຮູບ​ປັ້ນ​ປະທານ ​ໂຮ່ຈິ​ມິນ ຈາກ​ນະຄອນ​ຫວງ ວຽງ​ຈັນ ​ກັບ​ເມືອ​ປະ​ເທດ ​ໄທ ຢ່າງ​ສົມ​ກຽດ. ນີ້​ແມ່ນ​ຮູບ​ປັ້ນ​ເຄິ່ງ​ໂຕ, ມີ​ນຳ​ໜັກ 200 kg, ສູງກວ່າ 1 ມ, ​ຖືກຫຼໍ່​ດ້ວຍ​ທອງ​ໂດຍ​ນັກ​​ແກະ​​ສະຫຼັກ ມິ​ງດິງ ​ເປັນ​ຜູ້​ອອກ​ແບບ, ​ແມ່ນ​ຂອງຂວັນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ໂທລະ​ຄົມ ຫວຽ​ດນາມ ຫງວຽນ​ບັ໋ກຊອນ ສະ​ຫງວນ​ໃຫ້​ແກ່​ຊາວ ຫວຽດນາມ ອາ​ໃສ​ຢູ່ ​ໄທ. ຜູ້​ຕາງໜ້າ​​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ໄທ ​ໄດ້​ຕອນ​ຮັບ​ຮູບ​ປັ້ນ​ລຸງ​ໂຮ່, ທ່ານ ດ່າວ​ຈ້ອງ​ຫຼິ, ປະທານ​ສະມາຄົມ​ຊາວ ຫວຽດນາມ ຢູ່ ​ແຂວງນະຄອນ​ພະນົມ ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

“ມື້​ນີ້, ສະມາຄົມ​ຊາວ ຫວຽດນາມ ຢູ່​ບ້ານ ນາ​ຈອກ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ປະທານ ໂຮ່ຈິ​ມິນ ​ເຄີຍ​ເຄື່ອນ​ໄຫວ​ການ​ປະຕິວັດ​ເມື່ອ​ປີ 1928 - 1929 ​ໄດ້ຕ້ອນຮັບ​ຮູບ​ປັ້ນຂອງ​ປະທານ ​ໂຮ່ຈິ​ມິນ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ຫຼາຍ. ຮູບ​ປັ້ນ​ດັ່ງ​ກາວ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ຢູ່​ແຂວງ​ນະຄອນ​ພະນົມ ກໍ່​ຄື​ຊາວ ຫວຽດນາມ​ຢູ່ ​ໄທ ​ໄດ້​ຊົມ ​ແລະ ຍາມ​ໃດ​ກໍ່​ຮໍ່າຮຽນ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ ​ໂຮ່ຈິ​ມິນ ຜູ້​ຍິ່ງ​ໃຫຍ່ ”

ຮູບ​ປັ້ນ​ປະທານ ​ໂຮ່ຈິ​ມິນ ຖືກ​ຕັ້ງ​ຢູ່​ບອນ​ສົມ​ກຽດ​ທີ່​ສຸດ​ໃນ​ບໍລິ​ເວນ​ອະນຸສະຖານປະທານ ​ໂຮ່ຈິ​ມິນ ຢູ່​ບ້ານ​ໃໝ່, ​ເມືອງ ​ເມືອງ, ​ແຂວງ​ນະຄອນ​ພະນົມ.
ຂ່າວ/ບົດ​ອື່ນ