ພິທີໂຮມຊຸມນຸມມິດຕິງຄັດຄ້ານການກະທຳຜິດຂອງຈີນຢູ່ເມກຊິກໂກ

ພິທີໂຮມຊຸມນຸມມິດຕິງຄັດຄ້ານການກະທຳຜິດຂອງຈີນຢູ່ເມກຊິກໂກ - ảnh 1
ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ເຄື່ອນໄຫວຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ

(vovworld)- ວັນ​ທີ 25/6, ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ​ ​ຄັດຄ້ານ​ຈີນຕັ້ງ ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຕໍ່ໜ້າ​ສະຖານທູດ​ຈີນຢູ່​ນະຄອນຫຼວງ​ຂອງເມກ​ຊິກ​ໂກ. ທີ່​ພິທີ​ດັ່ງກ່າວ, ອະດີດ​ສະມາ​ຊິດ​ສະພາ​ຕ່ຳ​ສະຫະພັນ Felix Castellanos , ປະທານ​ກິ​ຕິ​ມະ​ສັກ​ສະ​ຖາ​ບັນ​ມິດຕະພາບ ​ແລະ ຮ່ວມ​ມື ​ເມກ​ຊິກ​ໂກ-ຫວຽດນາມ​ໄດ້​ອ່ານ​ຖະ​ແຫຼ​ງການ, ກ່າວ​ຟ້ອງຈີນຕັ້ງ ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນເຂດ​​ເສດຖະກິດ​ຈຳ​ເພາະ ​ແລ​ະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມນັບ​ແຕ່​ວັນ​ທີ 2/5/2014, ລະ​ເມີດ​ຢ່າງ​ຮ້າຍ​ແຮງ​ຕໍ່​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ຂອງ​ຫວຽດນາມ. ສະ​ຖາ​ບັນ​ມິດຕະພາບ ​ແລະ ຮ່ວມ​ມື ​ເມກ​ຊິກ​ໂກ-ຫວຽດນາມ​ຮຽກຮ້ອງ​ການ​ນຳ​ຈີນ​ຈົ່ງ​ເຄົາລົບ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ລົງ​ນາມ​ກັບ​ຫວຽດນາມ ​ແລະ ບັນດາ​ອົງການ​ຈົດ​ຕັ້ງ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ຕົກລົງ​ໝັ້ນ​ໝາຍ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ເສັ້ນທາງ​ສັນຕິພາບ, ຮຽກຮ້ອງ​ລັດຖະບານ ຈີນ​ຈົ່ງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ດ້ວຍ​ບັນດາ​ຄຸ້ມ​ກັນ ອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ພ້ອມ​ທັງ​ຢຸດຕິ​ການ​ກະທຳ​ຕຳ​ກຳ​ປັ່ນ​ຫວຽດນາມ ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ຖະ​ແຫຼ​ງການ​ຍັງ​ຮຽກຮ້ອງ​ທົ່ວ​ສັງຄົມ​ພົນລະ​ເຮືອນ​ເມກ​ຊິກ​ໂກ ​ເຂົ້າ​ຮ່ວມບັ້ນ​ເຄື່ອນ​ໄຫວ “ ​ເພື່ອ​ສັນ​ຕີ​ພາບ ​ແລະ ອະທິປະ​ໄຕ​ຂອງ​ຫວຽດນາມ” ​ໂດຍ ສະ​ຖາ​ບັນ​ມິດຕະພາບ ​ແລະ ຮ່ວມ​ມື ​ເມກ​ຊິກ​ໂກ-ຫວຽດນາມ​ ປຸກລະດົມ.

ຂ່າວ/ບົດ​ອື່ນ