ພິທີໂຮມຊຸມນຸມມິດຕິງສະໜັບສະໜູນ ບັ້ນເຄື່ອນໄຫວ “ເຮັດໃຫ້ໂລກ ສະອາດກວ່າ”

ພິທີໂຮມຊຸມນຸມມິດຕິງສະໜັບສະໜູນ ບັ້ນເຄື່ອນໄຫວ “ເຮັດໃຫ້ໂລກ ສະອາດກວ່າ” - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 29 ກັນຍາ, ຢູ່​ນະຄອນ​ດ່າ​ນັ້ງ, ​ໄດ້​ຈັດພິທີໂຮມ​ຊຸມ​ນຸມມິດ​ຕິງຕອບ​ສະໜອງ​ບັ້ນ​ເຄື່​ອນ​ໄຫວ “​ເຮັດ​ໃຫ້​ໂລກ​ສະອາດ​ກວ່າ”. ມີ​ສະມາຊິກ​ຊາວ​ໜຸ່ມ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ກວ່າ 1.000 ຄົນ​ໄດ້​ເຂົ້າ​ຮ່ວມ​​ເຮັດອະນາ​ໄມລຽບ​ຕາມ​ຝັ່ງ​ທະ​ເລ ​ເຊີນ​ຈ່າ, ໝີ້​ເຄ, ​ເອົາ​ທຽນ​ທໍ້​ກວາງ ​ແລະ ​ເຂດ​ຊຸມ​ຊົນຕ່າງໆ. ທ່ານ ຫງວຽນ​ດຽວ, ຫົວໜ້າພະ​ແນກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ.

        “​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ວັນ​ອາທິດ​ທີ່​ຂຽວ - ສະອາດ - ສວຍ​ງາມ ​ແລະ ການ​ເຂົ້າ​ຮ່ວມ​ເຮັດອະນາ​ໄມ​ຢູ່ລຽບ​ຕາມ​ຝັ່ງ​ທະ​ເລ​ແມ່ນ​ວຽກງານ​ປະຈຳ. ​ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ມີ​ການ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳ​ມະ​ການ​ປະຊາຊົນ​ບັນດາ​ເມືອງ, ກໍ່​ຄື​ພະນັກງານ​ພະ​ແນ​ກ ແນກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມນະຄອນ​ດ່ານັ້ງ. ​ ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວຄັ້ງ​ນີ້​ຈະ​ແຕກ​ຕ່າງ​ກັນ​ກັບ​ຄັ້ງ​ກ່ອນໆ ຍ້ອນ​ວ່າ, ​ເມື່ອສິ້ນ​ສຸດ​ການ​ເຄື່ອນ​ໄຫວຈະ​ມີ​ການ​ກວດກາຄືນ.”

ຂ່າວ/ບົດ​ອື່ນ