ພິທີໂຮມຊຸມນຸມມິດຕິງສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມປີ 2017”

(VOVWORLD) -ພິທີໂຮມຊຸມນຸມມິດຕິງສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2017” ແລະ ສະເຫຼີມສະຫຼອງວັນມະຫາສະມຸດໂລກ ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກ່າເມົາ ຈັດຕັ້ງໃນວັນທີ 08 ມິຖຸນາ, ຢູ່ກ່າເມົາ.

ພິທີໂຮມຊຸມນຸມມິດຕິງສະໜັບສະໜູນ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມປີ 2017” - ảnh 1 (ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ

ໄດ້ຕັກເຕືອນບັນດາທ້ອງຖິ່ນຄວນປົກປັກຮັກສາສິ່ງແວດລ້ອມສິນໃນນ້ຳ)

ຫົວຂໍ້ຂອງ “ສັບປະດາທະເລ ແລະ ໝູ່ເກາະຫວຽດນາມ ປີ 2017” ແມ່ນ “ຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມທະເລ, ໝູ່ເກາະ”. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ຕັກເຕືອນບັນດາທ້ອງຖິ່ນຄວນປະຕິບັດນະໂຍບາຍໜູນຊ່ວຍຊາວປະມົງ, ພັດທະນາ, ຂຸດຄົ້ນ, ຫາສິນທະເລຢູ່ໄກຝັ່ງ ແລະ ປົກປັກຮັກສາສິ່ງແວດລ້ອມສິນໃນນ້ຳ ຕິດພັນກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ… ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ, ກ່າວວ່າ.

        “ຕັດສິນໃຈປົກປັກຮັກສາຜືນແຜ່ນດິນ ແລະ ອະທິປະໄຕເຂດທະເລ, ໝູ່ເກາະ. ອະທິປະໄຕແຫ່ງຊາດແມ່ນບໍ່ອາດລະເມີດໄດ້. ຊາວຫວຽດນາມ ລຸ້ນຕ່າງໆ ຕ້ອງປະກອບກຳລັງເຫື່ອແຮງ, ເສຍສະຫຼະເລືອດເນື້ອເພື່ອປົກປັກຮັກສາເຂດດິນແດນ, ປົກປັກຮັກສາບັນດາເຂດທະເລ ແລະ ໝູ່ເກາະທີ່ສັກກະລະບູຊາ. ສະນັ້ນ, ຊາວຫວຽດນາມ ລຸ້ນປະຈຸບັນ ແລະ ອະນາຄົດຕ້ອງມີຄວາມຮັບຜິດຊອບປົກປັກຮັກສາເຂດດິນແດນ, ເຂດທະເລ ແລະ ໝູ່ເກາະທີ່ສັກກະລະບູຊານັ້ນໄວ້ຢ່າງໝັ້ນຄົງ”.

ຕອບກັບ

ຂ່າວ/ບົດ​ອື່ນ