ພິທີໂຮມຊຸມນຸມແຫ່ງຊາດຕອບສະໜອງວັນນ້ຳໂລກປີ 2015

ພິທີໂຮມຊຸມນຸມແຫ່ງຊາດຕອບສະໜອງວັນນ້ຳໂລກປີ 2015 - ảnh 1
(ທ່ານ​ຮອງນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ,
ກ່າວ​ຄຳ​ເຫັນ​ທີ່​ພິທີ​ໂຮມ​ຊຸມ​ນຸມ)


(vovworld) – ຕອນ​ເຊົ້າ​ວັນ​ທີ 20/03, ຢູ່​ແຂວງ​ບັກ​ຢາງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ບັກ​ຢາງ ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ແຫ່ງ​ຊາດ​ຕອບ​ສະໜ​ອງ​ວັນ​ນ້ຳ​ໂລກ​ປີ 2015. ພິທີໂຮມ​ຊຸມນຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ບໍລິ​ເວນ​ແຂວງ​ບັກ​ຢາງ​ນັບ​ພັນ​ຄົນ.

        ດ້ວຍ​ຫົວ​ຂໍ້ “ນ້ຳ​ແມ່ນ​ແກ່ນສານ​ຂອງ​ການ​ພັດ​ທະນາ​ແບບ​ຍືນ​ຍົງ”, ວັນ​ນ້ຳ​​ໂລກ​ປີ 2015 ຮຽກ​ຮ້ອງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ກ່ຽວ​ກັບ​ສາຍສຳພັນ​ລະ​ຫວ່າງ​ການ​ພັດທະນາຢ່າງໝັ້ນຄົງ ​ແລະ ຊັບພະຍາກອນ​ນ້ຳ. ຕາມ​ການ​ຄາດ​ຄະ​ເນ, ຮອດ​ປີ 2025, ມີ 2/3 ​ພົນລະ​ເມືອງ​ໃນ​ທົ່ວ​ໂລກ​ຈະ​ຢູ່​ໃນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ແຫຼ່ງນ້ຳ. ສະ​ນັ້ນ, ຄວາມຮຽກຮ້ອງ​ພັດທະນາ​ແບບ​​ຍືນ​ຍົງນັບ​ມື້​ນັບ​ຮີບ​ດ່ວນ, ຮຽກຮ້ອງ​ຕ້ອງ​ຖື​ລັກສະນະ​ຍຸດ​ທະ​ສາດທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໂຮມ​ຊຸມ​ນຸມ, ທ່ານ​ຮອງນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ, ​ເນັ້ນ​ໜັກ​ວ່າ.

        “ພວກ​ເຮົາ​ພ້ອມ​ກັນ​ຮ່ວມ​ມື​ເພື່ອ​ຂຸດ​ຄົ້ນ​ຊັບພະຍາກອນ​​ແຫຼ່ງນ້ຳ​ຢ່າງ​ມີ​ປະສິດທິ​ຜົນ, ຫຼຸດຜ່ອນ​ບັນດາ​ຄວາມ​ເສຍ​ຫາຍ​ຈາກນ້ຳ, ຫຼຸດຜ່ອນ​ການ​ກໍມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ, ປະກອບສ່ວນ​ເຂົ້າ​ໃນ​ວິ​ວັດທະ​ນາ​ການ​ລົບ​ລ້າງ​ຄວາ​ມອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ບັນລຸ​ໄດ້​ຈຸດໝາຍ​ສະຫັດ​ສະ​ວັດ, ຮັບປະກັນຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ໝັ້ນຄົງ”.

ຂ່າວ/ບົດ​ອື່ນ