ພິທີ​ໄຂ Festival ສິນ​ໃນ​ນ້ຳ ຫວຽດນາມ-​ຟູ​ອຽນ 2014


ພິທີ​ໄຂ Festival ສິນ​ໃນ​ນ້ຳ ຫວຽດນາມ-​ຟູ​ອຽນ 2014 - ảnh 1

ທ່ານ​ຫວູ້ດຶກ​ດາມ​ທີ່ພິທີ​ໄຂ Festival ສິນ​ໃນ​ນ້ຳຫວຽດນາມ 2014

(ພາບ: VGP/Đình Nam)

 (vovworld)- ​ Festival ສິນ​ໃນ​ນ້ຳຫວຽດນາມ 2014 ​ແລະ ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ສິ​ນໃນ​ນ້ຳຫວຽດນາມ (1/4/1959-1/4/2014) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 29/3 ຢູ່​ນະຄອນ​ຕຸຍ​ຮ່ວາ, ​ແຂວງ​ຟູ​ອຽນ ດ້ວຍ​ຫົວ​ເລື່ອງ “ສິນ​ໃນ​ນ້ຳຫວຽດນາມ-​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ“.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຮອງ​ນາຍົກລັດຖະມົນຕີຫວູ້​ດຶກ​ດາມ ຢືນຢັນ​ວ່າ: ຕໍ່ໜ້າ​ຄຳ​ຮຽກຮ້ອງ​ຕ້ອງການ​ສືບ​ຕໍ່ປ່ຽນ​ໃໝ່, ຂະ​ແໜງ​ສິ​ນໃນ​ນ້ຳຫວຽດນາມ ຕ້ອງ​ປ່ຽນ​ໃໝ່​ຢ່າງ​ແຮງ, ຈາກ​ການ​ລ້ຽງ​ປູກ, ຫາ, ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ຕະຫຼອດ​ຮອດ​ການ​ແຊກ​ຊືມ, ​ເປີດ​ກ້ວາງ​ຕະຫຼາດ​ຈຳໜ່າຍ​ຜະລິດ​ຕະພັນ. ທ່ານຮອງ​ນາຍົກລັດຖະມົນຕີຫວູ້​ດຶກ​ດາມ ​ເນັ້ນໜັກ​ວ່າ:

   “​ໃນ​ງານ​ບຸນ​ນີ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ​ລະ​ອໍ ​ແລະ ​ມີການເຂົ້າຮ່ວມຂອງ ປຊຊ ​ເປັນ​ຈຳນວນ​ຫຼາຍ. ພວກ​ເຮົາ​ເຊື່ອໝັ້ນວ່າ, ຂະ​ແໜງ​ສິນ​ໃນ​ນ້ຳຈະ​ໄດ້​ຮັບ​ກຳລັງ​ປະດິດ​ສ້າງ​ຕື່ມ​ອີກ ​ແລະ ຕັດສິນ​ໃຈ​ບື່ນຕົວ​ຂຶ້ນ; ​ແຂວງ​ຟູ​ອຽນ ​ແລະ ບັນດາ​ແຂວງ​ແຄມ​ທະ​ເລ​ຈະ​ມີ​ແຫຼ່ງກຳລັງ​ຕື່ມ​ອີກ​ເພື່ອ​ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ຕົນ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ເພື້ນຖານ​ເສດຖະກິດ​ເວົ້າລວມ, ​ເສດຖະກິດ​ທະ​ເລ​ເວົ້າສ​ະ​ເພາະ​​ໃຫ້​ພັດທະນາ​ໄວ​ກ່ວາ, ໝັ້ນຄົງ​ກ່ວາ​ອີກ“./.

 

 

ຂ່າວ/ບົດ​ອື່ນ