ພິ​ທີໄຂ​ World Cup ແມ່​ຍິງ 2023: ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ 2 ປະ​ເທດເຈົ້າ​ພາບ

(VOVWORLD) - ພິທີໄຂ ການແຂ່ງຂັນຊິງແຊ້ມບານເຕະຍິງລະດັບໂລກ 2023 (World Cup ຍິງ 2023) ໄດ້ຈັດຂຶ້ນໃນເວລາ 17 ໂມງຂອງວັນທີ 20 ກໍລະກົດ ຕາມເວລາ ນິວຊີແລນ, ໃນສະໜາມກິລາ Eden Park.
 
ພິ​ທີໄຂ​ World Cup ແມ່​ຍິງ 2023: ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ 2 ປະ​ເທດເຈົ້າ​ພາບ - ảnh 1ລາຍການສະແດງໃນພິທີໄຂ (ພາບ: Getty)

 ພິທີໄຂໄດ້ດຳເນີນໃນເວລາປະມານ 15 ນາທີ ແຕ່ບັນດາລາຍການສະແດງໃນພິທີດັ່ງກ່າວ ກໍ່ໄດ້ສ້າງຄວາມຈັບອົກຈັບໃຈຫຼາຍຢ່າງ. ຕາມສະຫະພັນບານເຕະໂລກ (FIFA) ແລ້ວ, ເຖິງວ່າ ໄດ້ດຳເນີນໃນເວລາສັ້ນໆກໍຕາມ ແຕ່ດ້ວຍການກະກຽມຢ່າງລະອຽດລະອໍ, ພິທີໄຂ World Cup ຍິງ 2023 ໄດ້ສະແດງໃຫ້ເຫັນຄວາມຫຼາກຫຼາຍສີສັນຂອງວັດທະນະທຳ ກໍຄື ມໍລະດົກຂອງ ນິວຊີແລນ ແລະ ອົດສະຕາລີ, ໂດຍສະເພາະແມ່ນການສະແດງບົດເພງ “Do it Again” - ບົດເພງທາງການຂອງ World Cup ຍິງ 2023.

        ພາຍຫຼັງພິທີໄຂ ແມ່ນການແຂ່ງຂັນຮອບຊີງຊະນະເລີດ World Cup ຍິງ 2023 ໃນສາຍ A ລະຫວ່າງ ທິມບານເຕະ  ນິວຊີແລນ ກັບ ນອກແວ.

       

 

ຕອບກັບ

ຂ່າວ/ບົດ​ອື່ນ