ພິທີໄຂການຝຶກຊ້ອມປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 3

(VOVWORLD) - ຫົວຂໍ້ຂອງ Ex VINBAX 2022 ແມ່ນສ້າງ ແລະ ຜັນຂະຫຍາຍກອງທະຫານຊ່າງແສງ ແລະ ກອງເສນາຮັກໃນຂອບເຂດການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ.
ພິທີໄຂການຝຶກຊ້ອມປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 3 - ảnh 1(ພາບປະກອບ: vov.vn)

 ການຝຶກຊ້ອມປ້ອງກັນຊາດ ຫວຽດນາມ - ອິນເດຍ ຄັ້ງທີ 3 ດ້ວຍຫົວຂໍ້ວ່າ “Ex VINBAX 2022” ໄຂຂຶ້ນໃນວັນທີ 1 ສິງຫາ ແລະ ຈະແກ່ຍາວຮອດວັນທີ 20 ສິງຫາ ຢູ່ເຂດການທະຫານ Chandi Mandir, ລັດ Haryana, ປະເທດ ອິນເດຍ.

        ຫົວຂໍ້ຂອງ Ex VINBAX 2022 ແມ່ນສ້າງ ແລະ ຜັນຂະຫຍາຍກອງທະຫານຊ່າງແສງ ແລະ ກອງເສນາຮັກໃນຂອບເຂດການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ. ເລື່ອງຈັດຕັ້ງການຝຶກຊ້ອມ Ex VINBAX 2022 ຕາມຮູບແບບຝຶກຊ້ອມຢູ່ພາກສະໜາມຕົງຈິງດ້ວຍຂອບເຂດຍົກສູງຂຶ້ນເມື່ອທຽບໃສ່ການຈັດຕັ້ງຄັ້ງຕ່າງໆກ່ອນນັ້ນ ໄດ້ຊ່ວຍເພີ່ມທະວີກຳລັງຄວາມສາມາດສົມທົບກັນສູ້ຮົບ ແລະ ອະນຸຍາດແບ່ງປັນບັນດາບົດຮຽນດີທີ່ສຸດລະຫວ່າງກອງທັບ ຫວຽດນາມ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ