ພິທີໄຂງານ Festival ມໍລະດົກ ກວາງນາມ ຄັ້ງທີ 5 ປີ 2013

ພິທີໄຂງານ Festival ມໍລະດົກ ກວາງນາມ ຄັ້ງທີ 5 ປີ 2013 - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​
ກ່າວຄຳເຫັນຢູ່ງານ Festival
(ພາບ: chinhphu.vn)


(vovworld) - Festival ມໍລະດົກ ກວາງ​ນາມ ຄັ້ງ​ທີ 5 ປີ 2013, ດ້ວຍ​ຫົວ​ຂໍ້​ວ່າ “ມໍລະ​ດົກວັດທະນະທຳ​ຫວຽດນາມ - ອາ​ຊຽນ”, ​ໄດ້​ຖືກໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄໍ່າ​ວັນ​ທີ 22/06, ຢູ່​ນະຄອນ​ໂຮ້ຍອານ, ​ແຂວງ​ກວາງ​ນາມ. ນີ້​ແມ່ນ​ເຫດການ ​ວັດທະນະທຳ​ສຳຄັນ​ເພື່ອ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ຫວຽດນາມ​ປະຕິບັດ​ສັນ​ທິສັນຍາ​ຂອງອົງການ​ສຶກສາ​ວິທະຍາສາດ ​ແລະ ວັດທະນະທຳ​ສະຫະ​ປະຊາ​ຊາດ (UNESCO) ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ບໍ່​ມີ​ຮູບ​ຮ່າງ. Festival ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ​ກວາງ​ນາມ, ຫວຽດນາມ ​ແລະ UNESCO ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ຂອງ​ບັນດາປະຊາ​ຊາດ​ໃນ​ກຸ່ມ​ອາ​ຊຽນກ່ວາ​ອີກ. ທ່ານ​ຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມງານ Festival ​ແລະ ຢືນຢັນ​ວ່າ​.

        “​ໃນ​ຊຸມ​ປີຜ່ານມາ, ພັກ, ລັດຫວຽດນາມ ​ໄດ້​ຖື​ການປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ບັນດາ​ມໍລະດົກ​ວັດທະນະທຳ​ເປັນ​ສຳຄັນ. ທ່ານ​ນາຍົກລັດຖະມົນຕີ​ໄດ້​ຮັບຮອງ​ເອົາ​ແຜນ​ສັງ​ລວມບັນດາ​ມໍລະດົກ​ວັດທະນະທຳ​ທີ່ UNESCO ​ເຊີດ​ຊູ ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເປັນ​​ເຈົ້າການ​ຜັນ​ຂະຫຍາຍ​ການ​ຄົ້ນຄວ້າ​ປະຫວັດສາດ​ເດີມ, ອະນຸລັກ​ຮັກສາ, ບູ​ລະນະ​ປະຕິສັງຂອນ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ພ້ອມ​ທັງ​ກໍ​ມີ​ນະ​ໂຍບາຍ, ມາດ​ຕະການ​ຢ່າງ​ລະອຽດ​ເພື່ອ​ແນ​ໃສ່​​ເສີມ​ຂະຫຍາຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ອົງການ​ຈັດ​ຕັ້ງທັງ​ຢູ່​ພາຍ​ໃນ​​ ​ແລະ ຕ່າງປະ​ເທດ. ພວກ​ເຮົາ​ປາດ​ຖະໜາ​ວ່າ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ Festival ຄັ້ງ​ນີ້, ປະຊາຊົນ​ຫວຽດນາມ ​ແລະ ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​ມີ​ສຽງ​ເວົ້າ​ລວມ, ຄວາມ​ເປັນ​​ເອກະ​ພາບ​ລວມ ​ໃນ​ການ​ເຄື່ອນ​ໄຫວ​ຮັບ​ໃຊ້​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ”.

          ກ່າວ​ຄຳ​ເຫ​ັນທີ່​ພິທີ​ໄຂ, ທ່ານ​ນາງ Irina Bokova ​ຫົວໜ້າ UNESCO ​ເນັ້ນ​ໜັກ​ວ່າ.

      “ນີ້​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ​ຍິ່ງນັບ​ທັງ​ຫວຽດນາມ ​ແລະ UNESCO, ນີ້​ກໍ່​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ​ສຳລັບ​ວັດທະນະທຳ. ຫວຽດນາມ ​ໄ​ດ້ພິສູດ​ໃຫ້​ເຫັນ​ວ່າວັດທະນະທຳ​​ໂດຍກຳລັງ​ແຮງສ້າງ​ຂຶ້ນ ​ແລະ ປະກອບສ່ວນ​ຊຸກຍູ້​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ບັນດາ​ບົດຮຽນ​ຂອງ​ຫວຽດນາມ ຕ້ອງ​ໄດ້​ແບ່ງປັນ​ກັບ​ບັນດາ​ປະ​ເທດ​ອື່ນ”.

ຂ່າວ/ບົດ​ອື່ນ