ພິທີໄຂງານບູນ Festival ເຫ໋ວ 2014 ໄດ້ຮັບການ ກະກຽມຢ່າງລອບຄອບ ທີ່ຖ້ວນ

ພິທີໄຂງານບູນ Festival ເຫ໋ວ 2014 ໄດ້ຮັບການ ກະກຽມຢ່າງລອບຄອບ ທີ່ຖ້ວນ - ảnh 1
(ພາບປະກອບ)

(vovworld) - ຕອນ​ຄໍ່າ​ວັນ​ທີ 12/04, Festival ​ເຫ໋ວ ຄັ້ງ​ທີ 8 ປີ 2014 ​ຈະ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນ​ເຫ໋ວ. ດ້ວຍ​ຫົວ​ຂໍ້​ວ່າ “​ມໍລະດົກ​ວັດທະນະ​ທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ”, Festival ​ເຫ໋ວ ​2014 ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ເມື່ອ​ທຽບ​ໃສ່​ບັນດາ Festival ຄັ້ງ​ກ່ອນ, ​​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 66 ຄະນະ​ສິລະ​ປະທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນັກ​ສິລະ​ປິນປະຊາຊົນ ຫງອກ​ເກື່ອງ, ຜູ້​ກຳກັບ​ລາຍການ​ສະ​ແດງ​ສິລະ​ປະ​ໃນ​ຄໍ່າ​ຄືນ​ໄຂ Festival ຢືນຢັນວ່າ, ນີ້​ຈະ​ແມ່ນ​​ແຫ່ງ​ເຕົ້າ​ໂຮ​ມບັນດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ, ສິລະ​ປະ​ໃນ​ຍຸກ​ປະຈຸ​ບັນຂອງ​ເຫ໋ວ ​ແລະ ບັນດາ​ເຂດ​ພາກ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​​ເອກະລັກ​ສະ​ເພາະ​ຂອ​ງຫວຽດນາມ, ພ້ອມ​ກັບ​ບັນດາ​ປະ​ເທດ​ໃນ 5 ທະວີບ.

        “ຂ້າພະ​ເຈົ້າ​ພະຍາຍາມ​ສ້າງ​ຄວາມ​ປະ​ທັບ​ໃຈ​ສະ​ເພາະ, ຕ່າງ​ກັບບັນດາ​ລາຍການ​ອື່ນໆ. ສຳລັບ​ເຫ໋ວ, ​ເຊິ່ງ​ແມ່ນ​​ແຫ່ງທີ່​ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ, ມີ​ມໍລະດົດວັດທະນະທຳ​ຫຼາຍ​ແຫ່ງ ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ຂຸດ​ຄົ້ນ​ສະ​ແດງແນວ​ຄວາມ​ຄິດ​ດ້ານ​ສິລະ​ປະດີ​ທີ່​ສຸດ.”

        ນອກຈາກ​ພິທີ​ໄຂ, ​ໃນ​ຂອບ​ເຂດ Festival ​ເຫ໋ວ ຄັ້ງ​ທີ 8 ຍັງ​ດຳ​ເນີນ​ບັນດາ​ງານ​ບູນ, ການສະ​ແດງ​ສິລະ​ປະ, ກາຍ​ລະ​ຫຼິ້ນ​ພື້ນ​ເມືອງ ​ເພື່ອ​ດຶງ​ດູດ​ປະຊາຊົນ ​ແລະ ​​ແຂກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ