ພິທີໄຂປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ -ກ໋ວາງນີງ ຈະຈັດຕັ້ງໃນວັນທີ 28 ເມສາ

(VOVWORLD) - ພິທີໄຂ Carnaval ຮ້າລອງ 2018 ແລະ ປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ - ກ໋ວາງນີງ ດ້ວຍຫົວຂ້ໍວ່າ “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບສະໜິດສະໜົມ” ຈະໄຂຂຶ້ນໃນຕອນຄ່ຳວັນທີ 28 ເມສາ.
ພິທີໄຂປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ -ກ໋ວາງນີງ ຈະຈັດຕັ້ງໃນວັນທີ 28 ເມສາ - ảnh 1ການປະຊຸມຂ່າວກ່ຽວກັບ  Carnaval ຮ້າລອງ ກ໋ວາງນີງ 2018

ລາຍການປີນີ້ມີການປ່ຽນໃໝ່ທັງດ້ານເນື້ອໃນ, ແນວຄິດແຜນການຕະຫຼອດຮອດຮູບແບບການສະແດງ. ພາຍຫຼັງພິທີເປີດແມ່ນລາຍການສະແດງສິລະປະ ແລະ Carnaval ດ້ວຍ 3 ຫົວຂໍ້ “ເທບນິຍາຍ ແລະ ຈິດວິນຍານ”; “ເອກະລັກສະເພາະ ແລະ ສີສັນຫຼາກຫຼາຍ”; “ການເຊື່ອມໂຍງ ແລະ ການແຜ່ຂະຫຍາຍ”, ມີການສົມທົບກັນລະຫວ່າງການຮ້ອງເພງ - ຟ້ອນ - ດົນຕີ ບົນເວທີ ແລະ ການສະແດງ ເພື່ອແນໃສ່ສ້າງການຕ້ອນຮັບລະຫວ່າງນັກສິລະປະການ ແລະ ຜູ້ຊົມພ້ອມກັບແຂກທ່ອງທ່ຽວ.

        ກ່ອນວັນໄຂພິທີ, ການເຄື່ອນໄຫວ Carnaval ຢູ່ຕາມທ້ອງຖະໜົນດ້ວຍລົດໄດ້ປະດັບດ້ວຍດອກໄມ້ 12 ຄັນ ຈັດຕັ້ງໃນວັນທີ 26 ເມສາ ໃນເສັ້ນທາງສາຍຕົ້ນຕໍຂອງນະຄອນ ຮ້າລອງ.

ຕອບກັບ

ຂ່າວ/ບົດ​ອື່ນ