ພິ​ທີ​ໄຂ​ວັນ​​​ປຶ້ມອ່ານ ແລະ ວັດ​ທະ​ນະ​ທຳ​ການອ່ານ​ ຄັ້ງ​ທີ 3 - ຈຸດ​ຄວາມ​ງາມ​ດ້ານ​ວັ​​ດທະ​ນະ​ທຳ​ຂອງ​ນະ​ຄອນຫຼວງ

(VOVWORLD) - “ວັດທະນະທຳການອ່ານຢູ່ນະຄອນຫຼວງ ໄດ້ພັດທະນາຢ່າງເຫັນໄດ້ຊັດເທື່ອລະກ້າວ, ມີຄວາມກ້າວໜ້າຢ່າງແທດຈິງ. ການອ່ານປຶ້ມໄດ້ກາຍເປັນຄວາມຊີນເຄີຍ ແລະ ຄວາມຈົບງາມໃນຊີວິດສັງຄົມ. ຂະແໜງພິມຈຳໜ່າຍ ຢັ້ງຢືນໄດ້ທີ່ຕັ້ງ, ຄວາມສຳຄັນໃນການປະກອບສ່ວນສ້າງສັງຄົມສຶກສາ, ສ້າງຊາວ ຮ່າໂນ້ຍ ໃຫ້ສຸພາບຮຽບຮ້ອຍ, ມີວັດທະນະທຳ…”
ພິ​ທີ​ໄຂ​ວັນ​​​ປຶ້ມອ່ານ ແລະ ວັດ​ທະ​ນະ​ທຳ​ການອ່ານ​ ຄັ້ງ​ທີ 3 - ຈຸດ​ຄວາມ​ງາມ​ດ້ານ​ວັ​​ດທະ​ນະ​ທຳ​ຂອງ​ນະ​ຄອນຫຼວງ - ảnh 1ມີເກືອບ 60 ຫົວໜ່ວຍພິມ, ຈຳໜ່າຍ ແລະ ຈຳໜ່າຍປຶ້ມໃນທົ່ວປະເທດເຂົ້າຮ່ວມການວາງສະແດງ (ພາບ: VOV)

ພິທີໄຂວັນປຶ້ມອ່ານ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 3 ໄດ້ດຳເນີນໃນຕອນຄ່ຳວັນທີ 17 ເມສາ, ຢູ່ວັນໝຽວກວັກຕືຢາມ (ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ຢູ່ຮ່າໂນ້ຍ). ໂດຍມີເກືອບ 60 ຫົວໜ່ວຍພິມ, ຈຳໜ່າຍ ແລະ ຈຳໜ່າຍປຶ້ມໃນທົ່ວປະເທດເຂົ້າຮ່ວມການວາງສະແດງ, ແນະນຳ ແລະ ສະໜອງໃຫ້ຜູ້ອ່ານຈຳນວນປຶ້ມທີ່ມີຄ່າຫຼາຍກວ່າ 40.000 ເຫຼັ້ມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ວັດທະນະທຳການອ່ານຢູ່ນະຄອນຫຼວງ ໄດ້ພັດທະນາຢ່າງເຫັນໄດ້ຊັດເທື່ອລະກ້າວ, ມີຄວາມກ້າວໜ້າຢ່າງແທດຈິງ. ການອ່ານປຶ້ມໄດ້ກາຍເປັນຄວາມຊີນເຄີຍ ແລະ ຄວາມຈົບງາມໃນຊີວິດສັງຄົມ. ຂະແໜງພິມຈຳໜ່າຍ ຢັ້ງຢືນໄດ້ທີ່ຕັ້ງ, ຄວາມສຳຄັນໃນການປະກອບສ່ວນສ້າງສັງຄົມສຶກສາ, ສ້າງຊາວ ຮ່າໂນ້ຍ ໃຫ້ສຸພາບຮຽບຮ້ອຍ, ມີວັດທະນະທຳ…”

ການເຄື່ອນໄຫວຂອງວັນປຶ້ມອ່ານ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 3 ໄດ້ດຳເນີນແຕ່ເວລາ 8 ໂມງ ຫາ 22 ໂມງ ຂອງທຸກໆວັນ, ແຕ່ວັນທີ 17 ເມສາ ຫາວັນທີ 1 ພຶດສະພາ.


ຕອບກັບ

ຂ່າວ/ບົດ​ອື່ນ