ພິທີໄຂສົກຮຽນໄໝ່ 2016 – 2017, ສຳລັບນັກຮຽນນັກສຶກສາລາວ,ກຳປູເຈຍ ຢູ່ໂຮງຮຽນມິດຕະພາບ80ເຊີນໄຕ

(vovworld) - ​​​ ​ຕອນ​ເຊົ້າ​ວັນ​ທີ 18/10, ໂຮງ​ຮຽນ​ມິດ​ຕະ​ພາບ 80, ເຊີນ​ໄຕ, ຮ່າ​ໂນ້ຍ ໄດ້​ຈັດ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ 2016 - 2017 ​ສຳ​ລັບນັກ​ຮຽນ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ. ເຂົ້າ​ຮ່ວ​ມ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່ມີ​ທ່ານ​ນາງ ຫວູ​ທິ​ແອ໋ງ, ​ອຳ​ນວຍ​ການ​ໂຮງ​ຮຽນ​ມິດ​ຕະ​ພາບ​ 80 ເຊີນ​ໄຕ, ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທ​ູດ​ວິ​ສາ​ມັ​ນ, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​ລາວ ປະ​ຈຳ​ຫວຽດ​ນາມ ທອງ​ສະ​ຫວັນ ພົ​ມ​ວິ​ຫານ; ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທ​ູດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ປະ​ຈຳ​ຫວຽດ​ນາມ Prak Nguon Hong, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ການ​ນຳ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ; ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈ​ຍ ​ທີ່ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມິດ​ຕະ​ພາບ 80.

ພິທີໄຂສົກຮຽນໄໝ່ 2016 – 2017, ສຳລັບນັກຮຽນນັກສຶກສາລາວ,ກຳປູເຈຍ ຢູ່ໂຮງຮຽນມິດຕະພາບ80ເຊີນໄຕ - ảnh 1
(ທ່ານ​ນາງ ຫວູ​ທິ​ແອ໋ງ, ​ອຳ​ນວຍ​ການ​ໂຮງ​ຮຽນ​ມິດ​ຕະ​ພາບ​ 80 ເຊີນ​ໄຕ)

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ຫວູ​ທິ​ແອ໋ງ ໃຫ້​ຮູ້​ວ່າ: ໂຮງ​ຮຽນ​ມິດ​ຕະ​ພາບ 80 ແມ່ນ ແມ່ນ​ແຫ່ງ​ເຕົ້າ​ໂຮ​ມ​ນັກ​ຮຽນ​ກິນນອນ​ຊົນ​ເຜົ່າ​ສ່ວນ​ໜ້ອຍຫວຽດ​ນາມ, ​ນັກ​ຮຽນລາວ ແລະ ກຳ​ປູ​ເຈຍ. ສົກ​ຮຽນ 2016 – 2017, ໂຮງ​ຮຽນ​ມິດ​ຕະ​ພາບ 80 ໄດ້​ຮັບ​ນັກ​ຮຽນ, ນັກ​​ຮຽນ​ລາວ​ຈຳ​ນວນ 278 ຄົນ ແລະ ນັກ​ຮຽນ​ ​ກຳ​ປູ​ເຈຍ 93 ຄົນ ມາ​ຮຽນພາ​ສາ​ຫວຽດ. ໃນໄລ​ຍະ 36 ປີ​ຜ່ານ​ມາ, ໂຮງ​ຮຽນ​ໄດ້ສອນ​ພາ​ສາ​ຫວຽດ ໃຫ້​ນັກ​ຮຽນ​ລາວ ແລະ ກຳ​ປູ​ເຈຍ ເກືອບ 10.000 ຄົນ, ກ່ອ​ນ​ທີ່​ພວກ​ນ້ອງ​ເຂົ້າຮ່ຳ​ຮຽນ ແລະ ຄົ້ນ​ຄວ້າ​​ໃນມະ​ຫາ​ວິ​ທະ​ຍາ​ໄລຕ່າງໆ​ຢູ່​ຫວຽດ​ນາມ.

ພິທີໄຂສົກຮຽນໄໝ່ 2016 – 2017, ສຳລັບນັກຮຽນນັກສຶກສາລາວ,ກຳປູເຈຍ ຢູ່ໂຮງຮຽນມິດຕະພາບ80ເຊີນໄຕ - ảnh 2
(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ​ປ​ປ​.ລາວ
ປະ​ຈຳ​ຫວຽດ​ນາມ ທອງ​ສະ​ຫວັນ ພົ​ມ​ວິ​ຫານ)

ແລະ​ກໍ່​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສ​ປ​ປ​.ລາວ ປະ​ຈຳ​ຫວຽດ​ນາມ ທອງ​ສະ​ຫວັນ ພົ​ມ​ວິ​ຫານ, ໃຫ້​ຮູ້​ວ່າ.

(ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ທອງ​ສະ​ຫວັນ ພົ​ມ​ວິ​ຫານ)

ພິທີໄຂສົກຮຽນໄໝ່ 2016 – 2017, ສຳລັບນັກຮຽນນັກສຶກສາລາວ,ກຳປູເຈຍ ຢູ່ໂຮງຮຽນມິດຕະພາບ80ເຊີນໄຕ - ảnh 3

ພາຍ​ຫຼັງ​ພິ​ທີ​ໄຂ​ສົກ​ຮຽນ​ໃໝ່, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຟັງບັນ​ດາ​ບົດ​ເພງ, ວາດ​ຟ້ອນ​ໂດຍ​ນັກ​ຮຽນ 3 ປະ​ເທດຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ​ສະ​ແດງ.

ຂ່າວ/ບົດ​ອື່ນ