ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ ຈີເລ ແລະ ຕັງຊານີ

(VOVWORLD) -  ໃນລະຫວ່າງວັນທີ 03 – 04 ພຶດສະພາ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລພົນເອກ ເລດຶກແອັງ, ອະດີດປະທານປະເທດ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ ຈີເລ ແລະ ຕັງຊານີ - ảnh 1 ພິທີໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢູ່ ຈີເລ 

ຢູ່ອາຟຣິກາ, ວັນທີ 04 ພຶດສະພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຕັງຊານີ Palamagamba Kabudi ຕາງໜ້າລັດຖະບານປະເທດປະຈຳຖິ່ນ ໄດ້ໄປໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລອະດີດປະທານປະເທດ, ພົນເອກ ເລດຶກແອັງ ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ຕັງຊານີ. ທ່ານ Palamagamba Kabudi ໄດ້ຂຽນໃສ່ປື້ມໄວ້ອາໄລວ່າ “ ຕາງໜ້າປະຊາຊົນ ແລະ ລັດຖະບານສາທາລະນະລັດເອກະພາບ ຕັງຊານີ, ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງປະຊາຊົນ ແລະ ລັດຖະບານສາທາລະນະລັດສັງຄົມນິຍົມ ຫວຽດນາມ ຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ . ຕັງຊານີ ແລະ ຫວຽດນາມ ມີການພົວພັນປະຫວັດສາດອັນຍາວນານ ແລະ ອະດີດປະທານປະເທດ ເລດຶກແອັງ ມີບັນດາການປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ 2 ປະເທດ.”

ຕອບກັບ

ຂ່າວ/ບົດ​ອື່ນ