ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ 10 ຊຸດ​ຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊ​ີ​ວິດ​ເພື່ອ​ຊາດ ຢູ່ ສຸ​ສານ ວິ​ຊວຽ​ນ, ແຂວງ ຮ່າ​ຢາງ

(VOVWORLD) -ຕອນເຊົ້າວັນທີ 10 ກໍລະກົດ, ແຂວງ ຮ່າຢາງ ໄດ້ຈັດພິທີໄວ້ອາໄລ ແລະ ປົງອັດຖິ 10ຊຸດ ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຢ່າງອົງອາດກ້າຫານໃນບັ້ນຕໍ່ສູ້ກູ້ຊາດຢ່າງສົມກຽດ ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ. 
ພິ​ທີ​ໄວ້​ອາ​ໄລ ແລະ ປົງ​ອັດ​ຖິ 10 ຊຸດ​ຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊ​ີ​ວິດ​ເພື່ອ​ຊາດ ຢູ່ ສຸ​ສານ ວິ​ຊວຽ​ນ, ແຂວງ ຮ່າ​ຢາງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລະ ທ່ານອະດີດປະທານປະເທດ ກໍໄດ້ສົ່ງອັດຖິນັກຮົບເສຍສະຫຼະຊີວິດອອກສຸສານ ວິຊວຽນ (ພາບ: VOV)

ນີ້ແມ່ນບັນດານັກຮົບທີ່ໄດ້ຮຽງບ່າຮຽງໄຫຼ່ພ້ອມກັບກອງທັບ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່າຢາງ ທຳການຕໍ່ສູ້ຢ່າງອົງອາດກ້າຫານ, ຕັດສິນໃຈປົກປັກຮັກສາດິນດອນຕອນຫຍ້າທີ່ສັກສິດຂອງປະເທດຊາດໃນບັ້ນຕໍ່ສູ້ປ້ອງກັນຊາຍແດນທາງທິດເໜືອ ໃນໄລຍະ 1979 – 1989.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 9 ກໍລະກົດ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ວິຊວຽນ, ແຂວງ ຮ່າຢາງ ຂອງ ຫວຽດນາມ ໄດ້ສົມທົບກັບ ສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ຮ່າຢາງ ຈັດພິທີສວດມົນພາວະນາ ອາໄລຫາດວງວິຍານຂອງບັນດານັກຮົບວິລະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ