​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ

(VOVWORLD) -ນັບແຕ່ເວລາ 8 ໂມງຕອນເຊົ້າວັນທີ 20 ມີນາ, ພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີຫວຽດນາມ ຟານວັນຂາຍ, ອະດີດກຳມະການກົມການເມືອງ, ອະດີດນາຍົກລັດຖະມົນຕີ, ສະມາຊິກສະພາແຫ່ງຊາດຊຸດທີ VIII, IX, X, XI, ຖືກດຳເນີນຢູ່ຫໍທົງເຍິດ (ເອກະພາບ), ນະຄອນໂຮ່ຈິມິນ ແລະ ຈະແກ່ຍາວຮອດວັນທີ 21 ມີນາ 2018.
​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ - ảnh 1  (ບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ ລ້ວນແຕ່ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ)

ໃນເວລາດຽວກັນນີ້, ຢູ່ສູນກອງປະຊຸມສາກົນ, ເລກທີ 11 ເລຮົ່ງຟອງ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ ກໍ່ດຳເນີນພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຊັ່ນດຽວກັນ.

ພີທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ຖ່າຍຖອດສົດທາງໂທລະພາບ ແລະ ວິທະຍຸກະຈາຍສຽງ.

ຢູ່ນະຄອນໂຮ່ຈິມິນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ເປັນຫົວໜ້າຄະນະ ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ຄະນະຜູ້ແທນປະທານປະເທດແຫ່ງສສ.ຫວຽດນາມ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ. ຄະນະຜູ້ແທນລັດຖະບານໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ. ຄະນະຜູ້ແທນສະພາແຫ່ງຊາດໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ ແລະ ຄະນະຜູ້ແທນແນວໂຮມປະເທດຊາດຫວຽດນາມ ໂດຍທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີ້ນ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລ.

ບັນດາການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ ລ້ວນແຕ່ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ - ảnh 2 (ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຂຽນປື້ມໄວ້ອາໄລ)

ໃນປື້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຂຽນວ່າ: ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ເຊິ່ງເປັນການນຳດີເລີດຂອງພັກ, ລັດ ແລະ ປະຊາຊົນ, ທີ່ໄດ້ອຸທິດສ່ວນໃນຕະຫຼອດຊີວິດຂອງຕົນ, ໄດ້ມີການປະກອບສ່ວນອັນໃຫຍ່ຫຼວງຕໍ່ພາລະກິດປະຕິວັດຂອງພັກ, ຂອງຊາດ. ທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຖິງແກ່ມໍລະນະກຳ ແມ່ນການສູນເສຍອັນໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ພວກເຮົາໝົດທຸກຄົນລ້ວນແຕ່ຮູ້ສຶກມີຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຂຽນໃນປື້ມໄວ້ອາໄລວ່າ: ຮ່ຳຮຽນຕາມແບບຢ່າງຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ພວກຂ້າພະເຈົ້າໝັ້ນໝາຍວ່າຈະອຸທິດເຫື່ອແຮງ, ພູມປັນຍາຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ, ເພື່ອຄາດໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ໃນຂະນະນັ້ນ, ພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ກໍຖືກດຳເນີນຢູ່ບັນດາສະຖານທູດຫວຽດນາມ ປະຈຳຕ່າງປະເທດ.

ໃນເວລາ 2 ວັນຜ່ານມາ, ຢູ່ເຮືອນສ່ວນຕົວຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ມີປະຊາຊົນນັບພັນໆຄົນໄດ້ເຂົ້າໄວ້ອາໄລສະແດງຄວາມເສົ້າສະຫຼົດໃຈ, ຄວາມເສຍດາຍຢ່າງສຸດຊື້ງກໍ່ການຈາກໄປຂອງທ່ານ.

ພິທີໄວ້ອາໄລຈາລຶກເຖິງບຸນຄຸນທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໄດ້ຈັດຂຶ້ນຢ່າງສົມກຽດໃນເວລາ 7 ໂມງ 30 ນາທີ ວັນທີ 22 ມີນາ 2018 ຢູ່ຫໍເອກະພາບນະຄອນໂຮ່ຈິມິນ. ພິທີປົງສົບຖືກດຳເນີນໃນເວລາ 11 ໂມງຂອງວັນດຽວກັນ ຢູ່ບ້ານເກີດເມືອງນອນຕາແສງ ເຕີນທົງໂຮ້ຍ, ເມືອງກຸຈີ, ນະຄອນໂຮ່ຈິມິນ.

ຕອນເຊົ້າວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນຢູ່ພາຍໃນປະເທດ ແລະ ສາກົນ ກວ່າ 30 ຄະນະ ພ້ອມກັບປະຊາຊົນນະຄອນຫຼວງຮ່າໂນ້ຍ ນັບຮ້ອຍໆຄົນ ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຢູ່ສູນກອງປະຊຸມສາກົນ, ເລກທີ 11 ຖະໜົນເລຮົ່ງຟອງ, ຮ່າໂນ້ຍ.

​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ - ảnh 3(ຄະນະຜູ້ແທນການນຳພັກ, ລັດ ແລະ ອະດີດການນຳພັກ, ລັດ ໂດຍທ່ານ ຫວຽນວັນບິ່ງ, ຫົວໜ້າຄະນະເສດຖະກິດສູນກາງ ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ)

ຄະນະຜູ້ແທນການນຳພັກ, ລັດ ແລະ ອະດີດການນຳພັກ, ລັດ ໂດຍທ່ານ ຫວຽນວັນບິ່ງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ນຳໜ້າຄະນະຜູ້ແທນ; ຄະນະຜູ້ແທນລັດຖະບານໂດຍທ່ານຮອງລັດຖະມົນຕີ ເວືອງດິ່ງເຫ້ວ ນຳໜ້າ; ຄະນະຜູ້ແທນສະພາແຫ່ງຊາດໂດຍທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້, ກຳມະການສູນກາງພັກ ນຳໜ້າ ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

ຕໍ່ຈາກນັ້ນ, ບັນດາຄະນະຜູ້ແທນຂອງກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນ; ເອກອັກຄະລັດຖະທູດບັນດາປະເທດ, ຫົວໜ້າຜູ້ຕາງໜ້າບາງອົງການຈັດຕັ້ງສາກົນປະຈຳຮ່າໂນ້ຍ… ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ - ảnh 4 (ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຂຽນໃນປື້ມໄວ້ອາໄລ)

ຕອນເຊົ້າວັນທີ 20 ມີນາ, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳນະຄອນຫຼວງວຽງຈັນ, ໄດ້ຈັດພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ຄະນະການນຳຂັ້ນສູງລາວ ໂດຍທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ນຳໜ້າໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ. ທ່ານນາຍົກລັດຖະມົນຕີລາວ ໄດ້ຂຽນໃນປື້ມໄວ້ອາໄລດ້ວຍເນື້ອໃນທີ່ວ່າ: “ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຂອງທ່ານ ຟານວັນຂາຍ. ໃນຊີວິດເຄື່ອນໄຫວປະຕິວັດ 70 ກວ່າປີຜ່ານມາຂອງຕົນ, ທ່ານ ຟານວັນຂາຍ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໂດຍສະເພາະແມ່ນໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ກໍ່ຄືການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໃຫ້ໝັ້ນຂົງຂະໜົງແກ່ນຈົ່ນຊົ່ວກາລະນານ”.

ຕໍ່ຈາກນັ້ນ, ຄະນະຜູ້ແທນກະຊວງການຕ່າງປະເທດລາວ ໂດຍທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ນຳໜ້າ, ຄະນະຜູ້ແທນພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ນຳໜ້າ ແລະ ພາກສ່ວນຕ່າງໆກໍ່ໄດ້ເຂົ້າໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

​ພິ​ທີ​ໄວ້​ອາ​ໄລທ່ານອະດີດນາຍົກລັດຖະມົນຕີຟານວັນຂາຍ - ảnh 5 (ສະຖານທູດຫວຽດນາມ ປະຈຳໄທ ໄດ້ເປີດປື້ມໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ)

ສ່ວນຢູ່ໄທ, ວັນທີ 20 – 21 ມີນາ, ສະຖານທູດຫວຽດນາມ ປະຈຳໄທ ໄດ້ເປີດປື້ມໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ.

ຕອນເຊົ້າວັນທີ 20 ມີນາ, ສະຖານທູດຫວຽດນາມ ປະຈຳປັກກິງ, ປະເທດຈີນ ໄດ້ດຳເນີນພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ເຊັ່ນດຽວກັນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ ຢູ່ ກຳປູເຈຍ, ການນຳພັກປະຊາຊົນກຳປູເຈຍ, ຜູ້ຕາງຫນ້າກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງແຮງງານ ແລະ ສອນອາຊີບ ກຳປູເຈຍ, ຜູ້ຕາງຫນ້າສະຖານທູດລາວ, ຟີລີບປີນ, ຈີນ, ໄທ, ອິນໂດເນເຊຍ, ມຽນມາ ພ້ອມກັບພະນັກງານສະຖານທູດຫວຽດນາມ, ບັນດາອົງການຜູ້ຕາງຫນ້າຫວຽດນາມ, ວິສາຫະກິດ ຫວຽດນາມ, ຕາງຫນ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ຊື່ງຖືກຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ