ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ທີ່ສະຖານທູດຫວຽດນາມ ປະຈໍາປະເທດຕ່າງໆ

(VOVWORLD) -ພິທີໄວ້ອາໄລເຖິງດວງວິນຍານຂອງ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ດໍາເນີນພາຍໃນ 02 ວັນ ແຕ່ວັນທີ 7 – 8 ຕຸລາ ທີ່ສະຖານທູດຫວຽດນາມ ຢູ່ນະຄອນຫຼວງ Algiers.

ຕອນບ່າຍວັນທີ 7 ຕຸລາ, ທ່ານນາຍົກລັດຖະມົນຕີ ອານເຊຣີ Ahmed Ouyahia ໄດ້ນໍາໜ້າຄະນະຜູ້ແທນຕາງໜ້າລັດ ອານເຊຣີ ໄປສະຖານທູດ ຫວຽດນາມ ປະຈໍາ ນະຄອນ Algiers  ເພື່ອໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລເຖິງດວງວິນຍາຍຂອງ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໊ເມື່ອຍ. ພິທີໄວ້ອາໄລເຖິງດວງວິນຍານຂອງ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ດໍາເນີນພາຍໃນ 02 ວັນ ແຕ່ວັນທີ 7 – 8 ຕຸລາ ທີ່ສະຖານທູດຫວຽດນາມ ຢູ່ນະຄອນຫຼວງ Algiers.

        ວັນທີ 5 ຕຸລາ, ພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ຈັດຂຶ້ນຢູ່ສະຖານທູດຫວຽດນາມ ປະຈໍາ ໂມຊໍາບິກ, ໂດຍມີການເຂົ້າຮ່ວມໄວ້ອາໄລຂາກບັນດາໝູ່ຄະນະພະນັກງານສະຖານທູດ ພ້ອມດ້ວຍ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມຮໍ່າຮຽນ ແລະ ເຮັດວຽກຢູ່ ໂມຊໍາບິກ ພ້ອມກັບຜູ້ຜູ້ຂວາບ ພ້ອມດັບຕາງໜ້າຄະນະທຸຕານຸທູດຕາາກໍເຂົ້າມາໄວ້ອາໄລພ້ອມດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ