ພິ​ທີ​​ໄວ້​ອາ​ໄລ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມກຽດ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ

(VOVWORLD) -  ໃນວັນທີ 26 ກໍລະກົດ, ພິທີໄວ້ອາໄລທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ບັນດາສະຖານທູດ ແລະ ອົງການຜູ້ຕາງໜ້າທາງການທູດ ຫວຽດນາມ ປະຈຳຢູ່ຫຼາຍປະເທດໃນໂລກ.

ຢູ່ ໄທ, ນັບແຕ່ຕອນເຊົ້າວັນທີ 26 ກໍລະກົດ, ມີບັນດາອົງການຈັດຕັ້ງສາກົນ, ສະຖານທູດບັນດາປະເທດປະຈຳ ໄທ ເຊັ່ນ: ຈີນ, ສປປ.ເກົາຫຼີ, ຝລັ່ງ, ເຢຍລະມັນ, ແດນມາກ…,ບັນດາກະຊວງ, ຂະແໜງການຂອງໄທ, ສະມາຄົມນັກທຸລະກິດທົ່ວປະເທດໄທ, ບັນດາກຸ່ມບໍລິສັດ, ວິສາຫະກິດ ໄທ, ຊາວຫວຽດນາມ ອາໄສຢູ່ໄທ, ອົງການພຸດທະສາສະໜາ ໄດ້ມີໜ້າເຂົ້າຮ່ວມພິທີໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ຢູ່ ຮຸງກາຣີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ເສດຖະກິດຕ່າງປະເທດ ຮຸງກາຣີ, ປະທານພັກກຳມະກອນ ຮຸງກາຣີ, ຫຼາຍຄະນະທຸຕານຸທູດບັນດາປະເທດ, ເຊັ່ນ: ລາວ, ມາເລເຊຍ, ຍີ່ປຸ່ນ, ລັດເຊຍ, ການາດາ, ອີຣານ, ນີເຊຣີ, ລັດ ປາແລັດສະຕິນ, ບັນດາຄະນະປະຕິບັດງານສັງກັດ ສະຖາບັນບັນດິດວິທະຍາສາດ ຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ຜູ້ຕາງໜ້າບັນດາໝູ່ຄະນະ, ພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ, ນັກສຶກສາ, ແຮງງານທີ່ພວມເຮັດວຽກ, ຮ່ຳຮຽນຢູ່ ຮຸງກາຣີ ໄດ້ເຂົ້າໄວ້ອາໄລ ແລະ ຂຽນໃສ່ປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງເປັນຈຳນວນຫຼວງຫຼາຍ.

        ຢູ່ ບັງກະລາເທດ, ມີທັງໝົດ 27 ຄະນະຂອງລັດຖະບານ ແລະ ບັນດາພັກການເມືອງຢູ່ ບັງກະເລເທດ, ຜູ້ຕາງໜ້າອົງການການທູດ, ສະມາຄົມມິດຕະພາບ ແລະ ເພື່ອນມິດ, ພໍ່ແມ່ຊາວ ຫວຽດນາມ ພວມດຳລົງຊີວິດຢູ່ປະເທດປະຈຳຖິ່ນໄດ້ມາໄວ້ອາໄລ, ສະແດງຄວາມເສົ້າສະຫຼົດໃຈ ແລະ ຂຽນໃສ່ປຶ້ມໄວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ນັກຂ່າວ VOV ປະຈຳ ໄທ, ສ.ເຊັກໂກ, ອິນເດຍ, ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ