ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ

(VOVWORLD) - ດ້ວຍກ່ວາ 50 ປີແຫ່ງການເຄື່ອນໄຫວປະຕິວັດ ແລະ ປະຕິບັດງານ, ດຳລົງຫລາຍຕຳແໜ່ງ, ທ່ານ ເຈືອງວິງຈ້ອງ ໄດ້ອຸທິດສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດ ແລະ ປະຊາຊົນ.
ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ - ảnh 1ພິທີໄວ້ອາໄລອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ

  ຕອນເຊົ້າວັນທີ 21 ກຸມພາ, ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ ແລະ ຢູ່ຫໍຈັດງານສົບລະດັບຊາດ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດແຂວງ ເບັ໊ນແຈ ແລະ ຄອບຄົວ ຈັດຕັ້ງພິທີໄວ້ອາໄລທ່ານ ເຈືອງວິງຈ້ອງ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ, ອະດີດຫົວໜ້າຄະນະວຽກງານພາຍໃນສູນກາງພັກ ຕາມພິທີງານສົບລະດັບຊາດ.

ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ, ຄະນະຜູ້ແທນຄະນະບໍລິຫານງານສຸນກາງພັກໂດຍທ່ານ ຫງວຽນຊວັນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າເຂົ້າໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ. ຖັດຈາກນັ້ນ, ຄະນະຜູ້ແທນຂອງລັດຖະບານ, ສະພາແຫ່ງຊາດ, ປະທານປະເທດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຂົ້າໄວ້ອາໄລ.

ຂຽນໃສ່ປື້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຂຽນວ່າ: ດ້ວຍກ່ວາ 50 ປີແຫ່ງການເຄື່ອນໄຫວປະຕິວັດ ແລະ ປະຕິບັດງານ, ດຳລົງຫລາຍຕຳແໜ່ງ, ທ່ານ ເຈືອງວິງຈ້ອງ ໄດ້ອຸທິດສ່ວນຢ່າງໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າງາມຂອງພັກ, ລັດ ແລະ ປະຊາຊົນ.

ໄລຍະດຽວກັນ, ທີ່ຫໍຈັດງານສົບລະດັບຊາດ, ຮ່າໂນ້ຍ, ຄະນະຜູ້ແທນຂອງບັນດາກະຊວງ, ຄະນະ, ຂະແໜງການສູນກາງ ແລະ ບັນດາທ້ອງຖິ່ນໄດ້ເຂົ້າໄວ້ອາໄລທ່ານ ເຈືອງວິງຈ້ອງ. ຄະນະສະຖານທູດລາວ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ນຳໜ້າເຂົ້າໄວ້ອາໄລ.

ພິທີໄວ້ອາໄລເຄົາລົບສົບອະດີດຮອງນາຍົກລັດຖະມົນຕີ ເຈືອງວິງຈ້ອງ ຈະດຳເນີນໃນເວລາ 9 ໂມງ ວັນທີ 22 ກຸມພາ 2020 ທີ່ຫໍປະຊຸມໃຫຍ່ຄະນະກຳມະການປະຊາຊົນແຂວງ ເບັ໊ນແຈ. ພິທີປົງສົບຈະດຳເນີນໃນເວລາ 11 ໂມງຂອງວັນດຽວກັນທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ເບັ໊ນແຈ.

ຕອບກັບ

ຂ່າວ/ບົດ​ອື່ນ