ພິທີໄວ້ອາໄລແລະຂຽນປື້ມໄວ້ອາໄລອະດີດປະທານປະເທດ,ພົນເອກເລດຶກແອັງຢູ່ສະຖານກົງສູນໃຫຍ່ຫວຽດນາມປະຈຳເມືອງປາກເຊ,ລາວ

(VOVWORLD) -ສະຖານກົງສູນໃຫຍ່ຫວຽດນາມ ປະຈຳປາກເຊ, ປະເທດລາວ, ໄດ້ຈັດພິທີໄວ້ອາໄລພົນເອກ ເລດຶກແອັງ, ອະດີດກຳມະການກົມການເມືອງ, ອະດີດປະທານປະເທດແຫ່ງ ສສ.ຫວຽດນາມ.

ໄລ່ຮອດຕອນບ່າຍວັນທີ 04 ພຶດສະພາ, ມີ 52 ຄະນະ ມາສະຖານກົງສູນໃຫຍ່ຫວຽດນາມ ປະຈຳປາກເຊ ໄວ້ອາໄລ, ຂຽນປື້ມໄວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ. ນອກນັ້ນ, ຍັງມີບັນດາຄະນະຜູ້ແທນກະຊວງປ້ອງກັນປະເທດລາວ (ເຂດພາກໃຕ້ຂອງລາວ); ຄະນະຜູ້ແທນຂອງບັນດາສຳນັກງານ, ອົງການຈັດຕັ້ງ, ປະຊາຊົນຊາວຫວຽດນາມ ແລະ ບັນດາວິສາຫະກິດຫວຽດນາມ ຢູ່ລາວ; ຜູ້ຕາງໜ້າບັນດາພະແນກ, ຂະແໜງການແຂວງຈຳປາສັກ; ຜູ້ຕາງໜ້າບັນດາເມືອງ ແລະ ສະມາຄົມຊາວຫວຽດນາມ ຢູ່ 4 ແຂວງທາງພາກໃຕ້ຂອງລາວ, ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງຈຳປາສັກ… ປະຊາຄົມຊາວຫວຽດນາມ, ບັນດາສຳນັກງານ, ອົງການຈັດຕັ້ງ ແລະ ບັນດາວິສາຫະກິດຫວຽດນາມ ທີ່ພວມຮ່ວມມື, ລົງທຶນໃນບໍລິເວນແຂວງ ໄດ້ຈູດທູບທຽນ, ຂຽນໃສ່ປື້ມໄວ້ອາໄລສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງພົນເອກ ເລດຶກແອັງ.

ໃນຂະນະນັ້ນ, ພາຍໃຕ້ການເປັນປະທານຂອງເອກອັກຄະລັດຖະທູດ ຫງວຽນຈຸງແທັ່ງ, ພະນັກງານ, ພາລະກອນທັງໝົດຂອງອົງການຕາງໜ້າຫວຽດນາມ ປະຈໍາ ກູບາ ກໍໄດ້ດໍາເນີນພິທີໄວ້ອາໄລ ແລະ ຈົດໃສ່ປື້ມໄວ້ອາໄລອະດີດປະທານປະເທດຫວຽດນາມ, ພົນເອກ ເລດຶກແອັງ, ພ້ອມທັງຕ້ອນຮັບຄະນະຜູ້ແທນບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສັງຄົມຂອງ ກູບາ, ບັນດາຄະນະທູຕານຸທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ປະເທດປະຈໍາຖິ່ນ ເຂົ້າມາໄວ້ອາໄລ.

ແລະໄລ່ມາຮອດຕອນບ່າຍຂອງວັນດຽວກັນ, 40 ຄະນະຜູ້ຕາງໜ້າບັນດາອົງການປົກຄອງຂັ້ນຕ່າງໆ, ບັນດາອົງການການທູດ ແລະ ອົງການຈັດຕັ້ງສາກົນ ຢູ່ ອານເຊຣີ, ບັນດາໝູ່ຄະນະ, ເພື່ອນມິດ ແລະະ ປະຊາຄົມ ຊາວຫວຽດນາມ ປະຈໍາ ອານເຊຣີ ໄດ້ມາໄວ້ອາໄລ ແລະ ຈົດໃສ່ປື້ມໄວ້ອາໄລ ອະດີດປະທານປະເທດ, ພົນເອກ ເລດຶກແອັງ.

ຢູ່ ອາຣັບບີ ຊາອຸດິ, ພິທີໄວ້ອາໄລ ແລະ ຈົດໃສ່ປື້ມໄວ້ອາໄລທ່ານອະດີດປະທານປະເທດຫວຽດນາມ ເລດຶກແອັງ ກໍໄດ້ຈັດຂຶ້ນຢ່າງສົມກຽດໃນທ້າຍອາທິດຜ່ານມາ ຢູ່ ສະຖານທູດຫວຽດນາມ ປະຈໍາ Riyadh ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ