ພິທີ​ໄຫວ້​ບູຊາພະ​ບິດາ​ແຫ່ງ​ຊາດ ລາກ​ລອງ​ກວັນ, ຖະຫວາຍ​ດອກ​ໄມ້​ໄຕ້​ທູບ​ທຽນບູຊາ ອາ​ໄລ​ຫາ​ພະ​​ແມ່ ຂອງ​ຊາດ ​ເອົາ​ເກີ

(VOVWORLD) -ການນໍາແຂວງຝຸເທາະ ໄດ້ຈູດທູບໄຕ້ທຽນຖະຫວາຍດອກໄມ້ເຄື່ອງຂອງບູຊາສະແດງຄວາມຮູ້ບຸນຄຸນ ຕໍ່ພະບິດາແຫ່ງຊາດ ລາກລອງກວນ. ສ່ວນຢູ່ວິຫານບູຊາພະແມ່ເອົາເກີ, ຄະນະກໍ່ໄດ້ ຈູດທູບໄຕ້ທຽນຖະຫວາຍດອກໄມ້ເຄື່ອງຂອງບູຊາສະແດງຄວາມຮູ້ບຸນຄຸນຕໍ່ພະແມ່ຂອງຊາດ ເອົາເກີ.
ພິທີ​ໄຫວ້​ບູຊາພະ​ບິດາ​ແຫ່ງ​ຊາດ ລາກ​ລອງ​ກວັນ, ຖະຫວາຍ​ດອກ​ໄມ້​ໄຕ້​ທູບ​ທຽນບູຊາ ອາ​ໄລ​ຫາ​ພະ​​ແມ່ ຂອງ​ຊາດ ​ເອົາ​ເກີ - ảnh 1ການນໍາແຂວງຝຸເທາະ ໄດ້ຈູດທູບໄຕ້ທຽນຖະຫວາຍດອກໄມ້ເຄື່ອງຂອງບູຊາສະແດງຄວາມຮູ້ບຸນຄຸນ ຕໍ່ພະບິດາແຫ່ງຊາດ ລາກລອງກວນ (ພາບ: TTXVN)

        ຕອນເຊົ້າວັນທີ 29 ມີນາ, ກົງກັບວັນທີ 6 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ຢູ່່ເຂດປູຊະນີຍະສະຖານວິຫານຫຸ່ງ ໃນແຂວງຝຸເທາະ ໄດ້ຈັດ ພິທີໄຫວ້ບູຊາພະບິດາແຫ່ງຊາດ ລາກລອງກວັນ, ຖະຫວາຍດອກໄມ້ໄຕ້ທູບທຽນບູຊາ ອາໄລຫາພະແມ່ ຂອງຊາດ ເອົາເກີ ແລະ ຕັດແຖບຜ້າເປີດສະຫຼອງສະພານລອຍໃຫ້ຄົນຍ່າງ ມາຍອານຕຽມ.

        ນະທີ່ນີ້, ການນໍາແຂວງຝຸເທາະ ໄດ້ຈູດທູບໄຕ້ທຽນຖະຫວາຍດອກໄມ້ເຄື່ອງຂອງບູຊາສະແດງຄວາມຮູ້ບຸນຄຸນ ຕໍ່ພະບິດາແຫ່ງຊາດ ລາກລອງກວນ. ສ່ວນຢູ່ວິຫານບູຊາພະແມ່ເອົາເກີ, ຄະນະກໍ່ໄດ້ ຈູດທູບໄຕ້ທຽນຖະຫວາຍດອກໄມ້ເຄື່ອງຂອງບູຊາສະແດງຄວາມຮູ້ບຸນຄຸນຕໍ່ພະແມ່ຂອງຊາດ ເອົາເກີ.

        ແລະກໍໃນຕອນເຊົ້າວັນທີ 29 ມີນາ, ໂຄງການກໍ່ສ້າງສະພານລອຍ ມາຍອານຕຽມ ໄດ້ຖືກເປີດນໍາເຂົ້າໃຊ້ການ. ນີ້ແມ່ນໜຶ່ງໃນບັນດາຈຸດທີ່ພົ້ນເດັ່ນກ່ຽວກັບທັດສະນີຍະພາບໃນກຸ່ມເຂດປູຊະນີຍະສະຖານວິຫານຫຸ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ