ພິທີໄຫວ້ບູຊາເຈົ້າຊີວິດຮູ່ງ

ພິທີໄຫວ້ບູຊາເຈົ້າຊີວິດຮູ່ງ  - ảnh 1
ທ່ານ Nguyen Sinh Hung ປະທານສະພາແຫ່ງຊາດ ຖະຫວາຍທູບທຽນ
ພາບ:tinmoi.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 31/3 (​​ແມ່ນ​ວັນ​ທີ 10/3 ​ໄລ່​ຕາມ​ຈັນທະ​ປະຕິ​ທີິນ), ຢູ່​ເຂດ​ປູ​ຊະ​ນີຍະສະ​ຖານປະຫວັດສາດ ວິຫານ Hung, ຕາ​​ແສງ Hy Cuong ນະຄອນ Viet Tri ​ແຂວງ Phu Tho, ມີ​ປະຊາຊົນ​, ຊາວ ​ຫວຽດນາມ​ ອາ​ໄສຢູ່​ຕ່າງປະ​ເທດນັບ​ພັນ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ເປັນ​ສັກ​ຂິພະຍານ​ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ​ເຈົ້າ​ຊີວິດ ຮູ່ງ. ທ່າ​ນປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ໄດ້​ເຂົ້າ​ຮ່ວມ​ພິທີ.

        ພິທີ​ຖະຫວາຍ​ທູບ​ທຽນ​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​​ຂອງ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ ​ແລະ ງານບຸນວິຫານ ຮູ່ງ.  ພິທີ​ໄດ້​ຈັດ​ຂຶ້ນ​ໃນ​ບັນຍາກາດ​ສັກກະ​ລະ​ບູຊາ, ​ເຄົາລົບ​ນັບຖື. ທ່ານ​Hoang Dan Mac ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Phu Tho ​ເປັນ​​ເຈົ້າພາບ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ ຮູ່ງ ປີ 2012 ​ໄດ້​ອ່ານ​ບົດ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮູ່ງ, ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ໃນ​ໄລຍະ 4000 ​ປີ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ, ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ອາ​ໄລ​ຫາ ​ແລະ ສະແດງຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸ​ລຸດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ບັນດາ​ແຂວງ, ນະຄອນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ມູ້​ງ​ໄປ​ສູ່​ວັນ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮູ່ງ. ຢູ່​ນະຄອນ Da Nang ​ໄດ້​ດຳ​ເນີນ​ງານ​ບູນສາລາ​ບ້ານ  Hai Chau ຄັ້ງ​ທີ 4 ປີ 2012 ດ້ວຍ​ບັນດາການ​ເຄື່ອນ​ໄຫວ​​ເພື່ອ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າທາງ​ດ້ານ​ວັດທະນະທຳ ອວ່າຍຫນ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ລຸງ  Nguyen Van Vinh ຢູ່​ຕາ​ແສງ Hai Chau 1 ​ເມ​ືອງ Hai Chau ນະຄອນ Da Nang ​ໄດ້​ເວົ້າ​ວ່າ:

        “ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ມີ​ຕໍ່​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະ​ບຸລຸດ, ຕໍ່ບັນດາ​ເຈົ້າ​ຊີວິດ​ຮູ່ງທີ່​ໄດ້​ສ້າງ​ຕັ້ງ​ປະ​ເທດ​ຊາດ  ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ຊີວິດ​ທີ່ຜາສຸກ ແລະ ສັນຕິພາບຄື​ວັນ​ນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ