ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ2016

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ2016 - ảnh 1
ຫວຽດຈີ - ນະຄອນ​ງານບຸນກົກ​​ເຄົ້າ​ເຫງົ້າກໍ
(ພາບ: TTXVN)

(vovworld) - ​ໂດຍນອນ​ໃນ​ຂອບ​ເຂດ​ພິທີ​​ໄຫວ້ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງານ​ບຸນ​ວິຫານ​ຮຸ່ງ​ປີ 2016, ຕອນ​ຄ່ຳ​ວັນ​ທີ 12/04, ງານ​ບຸນ​ພື້ນ​ເມືອງຕາມ​ທ້ອງ​ຖະໜົນຖືກ​ດຳ​ເນີນ​ຢູ່​ຖະໜົນ ​ເຈີ່ນ​ຟຸ - ສວນສາທາລະນະ ວັນ​ລາງ ນະຄອນ ຫວຽດຈີ ​ແຂວງ ຟູ໋ທໍ້ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດຈີ - ນະຄອນ​ງານບຸນກົກ​​ເຄົ້າ​ເຫງົ້າກໍ”. ງານ​ບຸນ​ພື້ນ​ເມືອງຕາມ​ທ້ອງ​ຖະໜົນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ແດງ, ນັກ​ສິລະ​ປະວັດ​ທະນະ​ທຳ​ພື້ນ​ເມືອງ​ກ່ວາ 1.700 ຄົນ​ທີ່​ມາ​ຈາກ​ບັນດາ​ທ້ອງ​ຖິ່ນ​ໃນ​ບໍລິ​ເວນ​ແຂວງ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ໃນ​ວັນ​ທຳ​ອິດ ຂອງງານ​ບຸນ​ວິຫານ​ຮຸ່ງປີ 2016 ​ໄດ້​ດຶງ​ດູດ​ແຂ​ກທ່ອງທ່ຽວ​ນັບ​ລ້ານ​ຄົນ​ທີ່​ມາ​ຈາກທົ​່ວປະ​ເທດ​ມາ​ຖະຫວາຍ​ທູບ​ທຽນ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ທີ່​ນະຄອນ ຫວຽດຈີ ​ໃນ​ລະຫວ່າງ​ວັນ​ທີ 12 – 16/4 ຍັງ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ງານ​ວາງສະ​ແດງວັດຖຸ​ພັນ, ​ເອກະສານ​ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ​ບໍ່ມີ​ຮູບ​ຮ່າງ “ການ​ເຫຼື້ອມ​ໃສບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຢູ່ ຟູ໋ທໍ້” ​ແລະ “ຂັບ​ຊວານຟູ໋ທໍ້”, ງານ​ວາງສະ​ແດງ​ຮູບ​ພາບ…

 


ຂ່າວ/ບົດ​ອື່ນ