ພິທີ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງປິ 2020 ຖືກ​ຈັດ​ຂຶ້ນ​ດ້ວຍ​ຄວາມ​ປະຢັດ ​ແຕ່​ຮັບປະກັນ​ຄວາມ​ເຄັ່ງຂຶມ

(VOVWORLD) -ວັນທີ 02 ເມສາ, ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເຊິ່ງແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ - ວັນເພື່ອປະຊາຊົນໃນທົ່ວປະເທດສະແດງຄວາມຮູ້ບຸນຄຸນໃນການກໍ່ຕັ້ງປະເທດຊາດຂອງລາດຊະວົງຮຸ່ງ. 
ພິທີ​ໄຫວ້​ບູຊາ​ເຈົ້າຊີວິດ​ຮຸ່ງປິ 2020 ຖືກ​ຈັດ​ຂຶ້ນ​ດ້ວຍ​ຄວາມ​ປະຢັດ ​ແຕ່​ຮັບປະກັນ​ຄວາມ​ເຄັ່ງຂຶມ - ảnh 1ເຂດປູຊະນີຍະສະຖານ ປະຫວັດສາດ ວິຫານຮຸ່ງ 

ສະເພາະປີນີ້, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ພຽງຈັດຂັ້ນຕອນພິທີເທົ່ານັ້ນ, ບໍ່ຈັດຕັ້ງຂັ້ນຕອນງານບຸນດ້ວຍຈິດໃຈປະຢັດ ແຕ່ຮັບປະກັນຄວາມເຄັ່ງຂຶມ, ມີຄວາມເຄົາລົບນັບຖື ແລະ ປອດໄພ. ທ່ານ ເລເຈື່ອງຢາງ, ຜູ້ອໍານວຍການເຂດປູຊະນີຍະສະຖານ ປະຫວັດສາດ ວິຫານຮຸ່ງ ໃຫ້ຮູ້ວ່າ:

 “ໃນວັນໄຫວ້ບູຊາ ຜູ້ຕາງໜ້າການນໍາແຂວງ ປະຕິບັດພິທີຖະຫວາຍທູບທຽນຢູູ່ທີ່ວິຫານເທື້ອງ, ບໍ່ຈັດຕັ້ງພິທີກໍາຢູ່ວັງ ກິ໊ງທຽນ ຄື ທຸກໆປີ. ແຂວງຝຸເທາະ ຕັກເຕືອນໃຫ້ປະຊາຊົນ ໃນວັນທີ 10 ເດືອນ 3  ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ບັນດາຄອບຄົວຄວນກະກຽມພາເຂົ້າ ເພື່ອໄຫວ້ບູຊາບັນພະບຸລຸດ. ນີ້ແມ່ນຮູບການປະຕິບັດແຕ່ປີ 2019 ທີ່ປະຊາຊົນຕ້ອງຖິ່ນໄດ້ປະຕິບັດແລ້ວ. ປີນີ້ ພວກຂ້າພະເຈົ້າຄິດວ່າ ນີ້ແມ່ນຮູບການດີທີ່ສຸດ ໃນສະພາບການໂລກລະບາດໂຄວິດ - 19 ປັດຈຸບັນ”. 

ຕອບກັບ

ຂ່າວ/ບົດ​ອື່ນ