ພິທີໄຫວ້ອາໄລທະຫານອາສາສະໝັກ ຫວຽດນາມທີ່ເສຍສະຫລະຊີວິດຢູ່ ລາວ ແລະ ກຳປູເຈຍ

ພິທີໄຫວ້ອາໄລທະຫານອາສາສະໝັກ ຫວຽດນາມທີ່ເສຍສະຫລະຊີວິດຢູ່ ລາວ ແລະ ກຳປູເຈຍ - ảnh 1
ພາບປະກອບ:internet


(vovworld) -  ຕອນ​ເຊົ້າ​ວັນ​ທີ 31/5 ຢູ່ ສຸສານ​ນັກຮົບ​ທີ່ເສຍສະຫລະ​ຊີວິດ​ເພື່ອ​ຊາດ ​ເມືອງ Ngoc Hoi, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ Kon Tum ​ໄດ້​ຈັດ​ພິທີ​ໄຫວ້​ອາ​ໄລ ​ແລະ ປົງ​ສົບ 14 ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຜູ້​ຊ່ຽວຊານ ຫວຽດນາມ ທີ່​ເສຍສະຫລະ​ຊີວິດ​ໃນ​ປາງ​ສົງ​ຄາມ​ຢູ່​ປະ​ເທດ ລາວ ​ແລະ ກຳປູ​ເຈຍ. 14 ອັດຖິ ​ໂດຍ​ແມ່ນ​ກອງ​ທະຫານ K 53 ​ແຂວງ Kon Tum ຊອກຄົ້ນ​​ໄດ​​້​ໃນ​ລະດູ​ແລ້ງ​ຜ່ານ​ມາ, ມີ 9 ອັດຖິ ​ຊອກ​ຄົ້ນ​ໄດ້​ຢູ່​ແຂວງ Rat ta na ki ri ລາຊະ​ອານາຈັກ ກຳປູ​ເຈຍ, 5 ອັດຖິ​ທີ່​ຍັງ​​ເຫລືອ​​ແມ່ນຊອກ​ຄົ້ນ​ໄດ້​ຢູ່​ 3 ​ແຂວງທາງ​ພາກ​ໃຕ້ ຂອງ​ລາວ ນັ້ນ​ແມ່ນ​ອັດ​ຕະປື, ​ເຊ​ກອງ ​ແລະ ຈຳປາ​ສັກ. ​ໃນ​ຊຸມ​ປີຜ່ານມາ, ກອງ​ທະຫານ  K 53 ​ແຂວງ Kon Tum ​ໄດ້​ຊອກ​ຄົ້ນ ​ແລະ ​ໄດ້ ສົ່ງ​ ​ໄດ້ 1.200 ອັດຖິ​ທະຫານ​ອາສາ​ສະໝັກ  ​ແລະ ຜູ້​ຊ່ຽວຊານ ຫວຽດນາມ ທີ່​ເສຍສະຫລະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່ ລາວ ​ແລະ ກຳປູ​ເຈຍ ກັບ​ຄື​ນ​ເມືອ​ປະ​ເທດ.

 

ຂ່າວ/ບົດ​ອື່ນ