ພິທີໄຫວ້ອາໄລລະດັບຊາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ

ພິທີໄຫວ້ອາໄລລະດັບຊາດສະເຫຼີມສະຫຼອງ 123 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ - ảnh 1
ພວງມາລາ​ຂອງ​ຄະນະ​ມີ​ແຖວໜັງສື​ວ່າ: “ຮູ້​ບຸນຄຸນ​ປະທານ ​ໂຮ່ຈີ​ມິ​ນ ຜູ້​ຍິ່ງ​ໃຫຍ່​ຕະຫຼອດ​ໄປ”
(ພາບ: phungquangthanh.net)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/5, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດ​ປະທານ ​ໂຮ່ຈີ​ມິ​ນ ຜູ້​ຍິ່ງ​ໃຫຍ່ (19/5/1890 – 19/52013), ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ,  ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ວາງ​ພວງມາລາ ​ແລະ ​ເຂົ້າ​ສຸສານ​​ໄຫວ້ອາ​ໄລປະທານ​ ​ໂຮ່ຈີ​ມິນ. ຄະນະ​ຜູ້​ແທນ​ພັກ, ລັດ ​​ເຂົ້າ​ສຸສານ​​ໄຫວ້​ອາ​ໄລປະ​ທານ ​ໂຮ່ຈີ​ມິ​ນລວມມີ: ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານນາຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮິ່ງດ໋າມ, ທ່ານອະ​ດິດ​ເລຂາທິການ​ໃຫຍ່ ນົງ​ດຶກ​ແມ້ງ, ​ເລຂາ​ຟຽວ, ທ່ານອະ​ດິດປະທານ​ປະ​ເທດ​ ​ເຈີ​ນດຶກ​ເລືອ​ງ, ທ່ານ​ອະ​ດິດປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ວັນ​ອານ, ທ່ານ​ອະ​ດິດປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດຊາດ ຫວຽດນາມ ຟ້າ​ມ​ເທ໋ຢຽວດ, ບັນດາ​ສະຫາຍ​ກຳມະການ​ກົ​ມການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ນາຍົກລັດຖະມົນຕີ, ການ​ນຳ​ບາງ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ບັນດາ​ສະຫາຍ​ນັກ​ປະຕິວັດ​ຜູ້ອາວຸ​​ໂສ​ກໍ່​ເຂົ້າ​ຮ່ວມ​ພິທີ. ພວງມາລາ​ຂອງ​ຄະນະ​ມີ​ແຖວໜັງສື​ວ່າ: “ຮູ້​ບຸນຄຸນ​ປະທານ ​ໂຮ່ຈີ​ມິ​ນ ຜູ້​ຍິ່ງ​ໃຫຍ່​ຕະຫຼອດ​ໄປ”.

    ​ແລະ​ກໍ່​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ການ​ນຳ​ນະຄອນຫຼວງ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສົມທົບ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ປູຊະນີຍະສະຖານ - ວັດທະນະທຳ ບາ​ດິ່ງ ​ກໍ່ໄດ້​ມາວາງ​ພວງມາລາ ​ແລະ ​ເຂົ້າສຸສານ​​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິ​ນ.

ຂ່າວ/ບົດ​ອື່ນ