ພິທີໄຫ້ວອາໄລແລະ ພິທີສົບນາຍທະຫານ, ນັກຮົບເສຍສະຫລະ ຊີວິດໃນການປະຕິບັດໜ້າທີ່ຝຶກແອບບິນ


ພິທີໄຫ້ວອາໄລແລະ ພິທີສົບນາຍທະຫານ, ນັກຮົບເສຍສະຫລະ ຊີວິດໃນການປະຕິບັດໜ້າທີ່ຝຶກແອບບິນ - ảnh 1

(ພາບ: thanhnien.com.vn)

(vovworld) –​ ພິທີ​ໄຫ້​ວອາ​ໄລ ແລະ ພິທີສົບ​​ໂດຍ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ ​ແລະ ກອງ​ບັນຊາ​ການ​ນະຄອນຫຼວງ​ຮ່າ​​ໂນ້ຍ ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​​ໃນ​ຕອນ​ເຊົ້າວັນ​ທີ 11/7, ຢູ່​ຫໍ​ງານ​ສົບ​ແຫ່ງ​ຊາດ​ທີ່ຮ່​າໂນ້ຍ.

   ຄະນະ​ຜູ້​ແທນ​ຄະນະ​ພັກການທະຫານສູນ​ກາງ​ໂດຍທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ, ​ເລຂາ​ຄະນະ​ພັກ​ການທະຫານ​ສູນ​ກາງ​ນຳ​ໜ້າ​ໄດ້​ເຂົ້າ​ໄຫ້​ວອາ​ໄລ. ຕໍ່​ຈາກ​ນັ້ນ, ບັນດາ​ຄະນະ​ການ​ນຳ​ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັດຕັ້ງມະຫາຊົນ​ຢູ່​ສູນ​ກາງ ​ແລະ ​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ; ບັນດາ​ກົມ​ກອງ​ໃນ​ກອງທັບ; ສະຖານທູດ​ລາວ​ປະຈຳ​ຮ່າ​ໂນ້ຍ ​ໄດ້​ມາ​ໄຫ້​ວອາ​ໄລ​ບັນດາ​ນາຍ​ທະຫານ, ນັກຮົບ​ເສຍ​ສະຫລະ​ຊີວິດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຝືກ​ແອບ​ບິນ​ເມື່ອ​ວັນ​ທີ 7/7 ຜ່ານ​ມາ.

  ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ​ຕໍ່​ການ​ເສຍສະຫຼະ​ຊີວິດຂອງ​ພະນັກງານ, ນັກຮົບ 18 ຄົນ, ​ໃນ​ສະມຸດ​ໄຫ້​ວອາ​ໄລ, ​ ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ຂຽນ​ວ່າ: “ພັກ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ການ​ເສຍ​ສະຫຼະ​ຊີວິດ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ພະນັກງານ, ນັກຮົບ​ເພື່ອ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຕະຫຼອດ​ໄປ“. ສ່ວນທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຂຽນ​ວ່າ: “ການ​ເສຍ​ສະຫຼະ​ຊີວິດ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ພະນັກງານ, ນັກຮົບ ​ໄດ້​​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​ສະ​ເທືອ​ນ​ໃຈ, ​ໂສກ​ເສົ້າ​ເສຍ​ໃຈ“.

  ພາຍ​ຫລັງພິທີ​, ​ໂລງຂອງ​ບັນດາ​ພະນັກງານ, ນັກຮົບ​ໄດ້​ສົ່ງ​ໄປ​ຍັງ​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າຕາມ​ຄວາມ​ມຸ້ງ​ຫວັງ​ຂອງ​ຄອບຄົວ./.

ຂ່າວ/ບົດ​ອື່ນ