ພື້ນ​ຖານ​ເສດ​ຖະ​ກິດ ໂລກ ອາດ​ຈະ​ບັນ​ລຸ​ລະ​ດັບ 100.000 ຕື້ USD ໃນ​​ປີ 2022

(VOVWORLD) -ໃນບົດລາຍງານ, CEBR ທີ່ມີສຳນັກງານໃຫຍ່ຕັ້ງຢູ່ ລອນດອນ (ອັງກິດ) ໄດ້ຄາດຄະເນວ່າ GDP ທົ່ວໂລກ ໃນປີ 2022 ຈະສູງກ່ວາເມື່ອທຽບໃສ່ກັບລະດັບກ່ອນເກີດໂລກລະບາດໂຄວິດ - 19 ແລະ ເປັນຄັ້ງທຳອິດທີ່ຈະຂຶ້ນເຖິງ 100.000 ຕື້ USD. ປີ 2020, CEBR ຄາດວ່າເສດຖະກິດ ໂລກຈະບັນລຸໄດ້ລະດັບນີ້ ໃນປີ 2024.
ພື້ນ​ຖານ​ເສດ​ຖະ​ກິດ ໂລກ ອາດ​ຈະ​ບັນ​ລຸ​ລະ​ດັບ 100.000 ຕື້ USD ໃນ​​ປີ 2022 - ảnh 1ພາບປະກອບ: vov.vn

ຕາມບົດລາຍງານປະຈຳປີຂອງສູນຄົ້ນຄ້ວາເສດຖະກິດ ແລະ ດຳເນີນທຸລະກິດ (CEBR) ໄດ້ປະກາດໃນວັນທີ 26 ທັນວາ ວ່າ, ເປັນຄັ້ງທຳອິດ, ເສດຖະກິດໂລກ ຈະບັນລຸໄດ້ 100.000 ຕື້ USD ໃນປີ 2022, ໂດຍບໍ່ຫົວຊາຕໍ່ຜົນກະທົບທີ່ຍາວນານຈາກໂລກລະບາດໂຄວິດ - 19. ໃນບົດລາຍງານ, CEBR ທີ່ມີສຳນັກງານໃຫຍ່ຕັ້ງຢູ່ ລອນດອນ (ອັງກິດ) ໄດ້ຄາດຄະເນວ່າ GDP ທົ່ວໂລກ ໃນປີ 2022 ຈະສູງກ່ວາເມື່ອທຽບໃສ່ກັບລະດັບກ່ອນເກີດໂລກລະບາດໂຄວິດ - 19 ແລະ ເປັນຄັ້ງທຳອິດທີ່ຈະຂຶ້ນເຖິງ 100.000 ຕື້ USD. ປີ 2020, CEBR ຄາດວ່າເສດຖະກິດ ໂລກຈະບັນລຸໄດ້ລະດັບນີ້ ໃນປີ 2024.

ຕາມບັນດານັກໄຈ້ແຍກ ແລ້ວ, ໂດຍບໍ່ຫົວຊາຕໍ່ການປະກົດຕົວຂອງ ເຊື້ອໄວຣັດກາຍພັນ Omicron ໃນເດືອນພະຈິກ ທີ່ຜ່ານມາ, ບັນດາປະເທດໃນໂລກ ຈະຜ່ອນຜັນບັນດາມາດຕະການຈຳກັດຍ້ອນຄວາມສາມາດໃນການຕ້ານເຊື້ອໄວຣັດ ໄດ້ຮັບການປັບປຸງຫຼາຍກ່ວເກົ່າ, ໃນຂະນະນັ້ນຄວາມສາມາດຮັບມືກັບໂລກລະບາດຂອງພື້ນຖານເສດຖະກິດ ກໍ່ດີກ່ວາເກົ່າ ໝາຍຄວາມວ່າ ຖ້າບັນດາມາດຕະການຈຳກັດ ໄດ້ຮັບການຈັດວາງໃສ່ຄືນໃໝ່ແມ່ນ ຈະກໍ່ຜົນເສຍຫາຍໜ້ອຍກ່ວາເມື່ອທຽບໃສ່ກັບເມື່ອກ່ອນ. ເຖິງຢ່າງໃດກໍຕາມ, CEBR ຖືວ່າ ໄພເງິນເຟີ້ ຈະແມ່ນບັນຫາແຖວໜ້າເຊິ່ງ ບັນດາປະເທດຕ້ອງແກ້ໄຂໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ