ພັນທະມິດກຳອຳນາດ ຍີ່ປຸ່ນຍາດໄດ້ທີ່ນັ່ງ ສ່ວນຫຼາຍໃນການ ເລືອກຕັ້ງສະພາສູງ

ພັນທະມິດກຳອຳນາດ ຍີ່ປຸ່ນຍາດໄດ້ທີ່ນັ່ງ ສ່ວນຫຼາຍໃນການ ເລືອກຕັ້ງສະພາສູງ - ảnh 1

ຜູ້​ມີ​ສິດ​ເລືອກ​ຕັ້ງຍີ່ປຸ່ນ​ໄປປ່ອນ​ບັດ​​ເລືອກ​ຕັ້ງ

(ພາບ:gafin.vn)

(vovworld)-  ​ພັນທະ​ມິດ​ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe  ລວມມີ​ພັກ​ປະຊາທິປະ​ໄຕ​ເສລີ (LDP) ​ແລະ ພັກ Komei (NKP) ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງສະພາ​ສູງ​ດຳ​ເນີນ​ໄປ​ໃນ​ວັນ​ທີ 21/7, ຊື່​ງ​​ເປັນ​ການ​ຢຸດຕິສະພາບ​ຈົນ​ຕະ​ແຈ​ທາງດ້ານ​ການ​ເມືອງ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ລັດຖະບານໝັ້ນຄົງ​ທຳ​ອິດຢູ່​ປະ​ເທດ​ນີ້ນັບ​ແຕ່​ປີ 2006. ໝາກຜົນ​ການກວດ​ບັດ​ໂດຍ​ສັງ​ເຂ​ບ​ໃຫ້​ຮູ້​ວ່າ: ​ພັນທະ​ມິດ​ກຳ​ອຳນາດຍາດ​ໄດ້​ຢ່າງ​ໜ້ອຍ​ສຸດ 73 ​ໃນ​ຈຳນວນທັງ​ໝົດ 121 ​ທີ່​ນັ່ງ​​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່​ໃນ​ການ​ເລືອກ​ຕັ້ງຄັ້ງນີ້. ດ້ວຍ​ໝາກຜົນ​ດັ່ງກ່າ​ວ, ​ພັນທະ​ມິດ​ກຳ​ອຳນາດຈະ​ຄວບ​ຄຸມ​ສະພາ​ຕ່ຳ ​ແລະ ສະພາ​ສູງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ