ພັນທະມິດກຳອຳນາດຢູ່ Kyrgyzstan ຖືກລົ້ມລະລາຍ

ພັນທະມິດກຳອຳນາດຢູ່ Kyrgyzstan ຖືກລົ້ມລະລາຍ - ảnh 1
ນາຍົກລັດຖະມົນຕີ  Kyrgyzstan ​
ພາບ:internet

(vovworld) - ວັນ​ທີ 22/8, ພາຍຫລັງ​ເກືອບ 8 ​ເດືອນ​ກຳ​ອຳນາດ, ພັນທະ​ມິດ​ກຳ​ອຳນາດ​ໃນ​ສະພາ​ແຫ່ງ​ຊາດ Kyrgyzstan ​ໄດ້​ຖະ​ແຫລ​ງຍຸບ​ເລີກ. ທ່ານ Kanatbek Isayev ຫົວຫນ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ສ່ວນ​ຫລາຍ​ໃນ​ສະພາ​ແຫ່ງ​ຊາດ Kyrgyzstan ​ໄດ້ຮັບຮູ້​ຂ່າວ​ຄາວ​ດັ່ງກ່າວ ພ້ອມ​ທັງ​ໃຫ້​ຮູ້​ວ່າ: ພັນ​ທະ​ມິດ​ກຳ​ອຳນາດ​ລວມມີ: 4 ພັກ​ຄື: ພັກ​ສັງຄົມ​ປະຊາທິປະ​ໄຕ, ສາທາລະນະ, Ata Meken ​ແລະ Ar Namys ​ໄດ້ຖະ​ແຫລ​ງຈະ​ຖອນ​ອອກ​ຈາກ​ພັນ​ທະ​ມິດ ດ້ວຍ​ເຫດຜົນ​ທ່ານ​ນາຍົກລັດຖະມົນຕີ Omurbek Babanov ບໍ່​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາຮ່ວມ​ສຳ​ພັນ​ທະ​ມິດ​​ໂດຍ​ຜ່ານເລື່ອງ​ປົດ​ຕຳ​ແຫນ່​ງທ່ານ​ລັດຖະມົນຕີ Ar Namys ​ແຕ່​ບໍ່​ອະທິ​ບາຍ​ສາຍ​ເຫດ, ບໍ່​ສຳ​ເລັດ​ພາລະ​ຫນ້າ​ທີ່​ການ​ນຳ​ຂອງ​ລັດຖະບານ, ສວຍ​ໃຊ້​ສິດ​ອຳນາດ ​ແລະ ການ​ສໍ້​ລາດ​ບັງ​ຫລວງ. ຕາມ​ທ່ານ Isayev ພາຍຫລັງ​ພັນທະ​ມິດ​ກວມ​ຈຳນວນ​ສ່ວນ​ຫລາຍ​ໃນ​ສະພາ​ແຫ່ງ​ຊາດ​ຖືກ​ລົ້ມ​ລະລາຍ, ສະມາຊິກ​​ໃນຄະນະ​ລັດຖະບານທັງ​ໝົດ​ລວມມີນາ​ຍົກ​ລັດຖະມົນຕີ​ລາ​ອອກ​ຈາກ​ຕຳ​ແຫນ່​ງຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ