ພົນ​ທະ​ຫານ ອາ​ເມ​ລິ​ກາ ຄົນ​ສຸດ​ທ້າຍ ໄດ້​ເດີນ​ທາງ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 30 ສິງຫາ, ອາເມລິກາ ໄດ້ປະຕິບັດສຳເລັດແຜນການຖອນທະຫານ ອອກຈາກ ອາບການິດສະຖານ, ແມ່ນໄວກ່ວາ 1 ວັນເມື່ອທຽບໃສ່ການຄາດຄະເນ, ຢຸດຕິຢ່າງເປັນທາງການສົງຄາມທີ່ແກ່ຍາວທີ່ສຸດ ຂອງ ອາເມລິກາຢູ່ຕ່າງປະເທດ . 
ພົນ​ທະ​ຫານ ອາ​ເມ​ລິ​ກາ ຄົນ​ສຸດ​ທ້າຍ ໄດ້​ເດີນ​ທາງ​ອອກ​ຈາກ ອາບ​ກາ​ນິດ​ສະ​ຖານ      - ảnh 1ເຮືອບິນ ຂອງ ກອງທັບອາກາດອາເມລິກາ (ພາບ: AP)

ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານນາຍ ພົນ    Kenneth McKenzie ຫົວຫນ້າກອງບັນຊາການພາກພື້ນຕາເວັນອອກກາງຂອງອາເມລິກາ, ໃຫ້ຮູ້ວ່າ:

ຂ້າພະເຈົ້າຂໍແຈ້ງໃຫ້ຊາບກ່ຽວກັບການປະຕິບັດສຳເລັດເລື່ອງຖອນທະຫານອອກຈາກອາບການິດສະຖານ ແລະ ຢຸດຕິພາລະການທະຫານຍົກຍ້າຍ ພົນລະເມືອງ ອາເມລິກາ, ພົນລະເມືອງຂອງປະເທດທີ 3 ແລະ ຊາວອາບການິດສະຖານ. ເຮືອບິນ C17 ລຳໜຶ່ງ ໄດ້ເດີນທາງອອກຈາກສະໜາມບິນສາກົນ Hamid Karzie ໃນເວລາ 3ໂມງ 29 ນາທີ່ ວັນທີ 30 ສິງຫາ ຕາມເວລາຝັ່ງຕາເວັນອອກ ປະເທດ ອາເມລິກາ. ເຮືອບິນທີ່ມີຄົນຂັບສຸດທ້າຍຂອງ ອາເມລິກາ ໃນປັດຈຸບັນ ພວມຢູ່ໃນ່ານຟ້າ ຂອງ ອາບການິດສະຖານ.

ຖ້ຽວບິນສຸດທ້າຍ ຂອງບັນດາພົນທະຫານ ອາເມລິກາ ໄດ້ເດີນທາງອອກຈາກ ອາບການິດສະຖານ ໃນວັນທີ 30 ສິງຫາ, ພາຍຫຼັງພຽງ 2 – 3 ອາທິດດຳເນີນ ການສະເຫຼີມສະຫຼອງ 20 ປີແຫ່ງວັນທ່ານອະດີດປະທານາທິບໍດີ George W. Bush ເລີ່ມຕົ້ນສົງຄາມຢູ່ ອາບການິດສະຖານ, ເພື່ອແນໃສ່ໂຄ່ນລົ້ມ ກຳລັງ ຕາລີບານ ເຊິ່ງໄດ້ຮັບຖືວ່າ ໄດ້ໜູນຊ່ວຍບັນດາເປົ້າໝາຍ ການກໍ່ການຮ້າຍ al Qaeda, ໂດຍເປັນອົງການທີ່ຖືກກ່າວຫາວ່າ ຂຶ້ນແຜນການ ແລະ ປະຕິບັດບັນດາເຫດບຸກໂຈມຕີ ຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ