ພັນລະຍາ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ ທ່ານນາຍົກລັດຖະມົນຕີ ສິງກະໂປ ໄປຢ້ຽມຢາມສູນເຮັດຮູບດ້ວຍຜ້າຂອງຄົນພິການ

(VOVWORLD) - ພັນລະຍາຂອງທັງສອງທ່ານສະແດງຄວາມນັບຖືຢ່າງສູງຕໍ່ກັບຜົນງານສິລະປະທີ່ສ້າງຂື້ນໂດຍຊ່າງສີມືທີ່ເປັນຄົນພິການຂອງ ຫວຸ້ນ ອ໋າດ, ພ້ອມດຽວກັນນັ້ນກໍ່ເຊື່ອໝັ້ນວ່າ ສູນຕົວແບບນີ້ຈະສືບຕໍ່ເປີດກ້ວາງ, ຊ່ວຍເຫຼືອຜູ້ຄົນທີ່ຍັງປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງຫຼວງຫຼາຍ.
 ພັນລະຍາ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ແລະ  ພັນລະຍາ  ທ່ານນາຍົກລັດຖະມົນຕີ ສິງກະໂປ ໄປຢ້ຽມຢາມສູນເຮັດຮູບດ້ວຍຜ້າຂອງຄົນພິການ       - ảnh 1 ພັນລະຍາ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ແລະ  ພັນລະຍາ  ທ່ານນາຍົກລັດຖະມົນຕີ ສິງກະໂປ ພ້ອມກັບບັນດາສະມາຊິກ ຂອງ ສະຫະກອນຜະລິດພາບດ້ວຍຜ້າ ຫວຸ້ນ ອ໋າດ (ພາບ: TTXVN)

ຕອນບ່າຍວັນທີ 28 ສິງຫາ, ພັນລະຍາ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟາມ ມິງ ຈິງ, ທ່ານ ນາງ ເລ່ ທິ ບິກ ເຈິນ, ແລະ ພັນລະຍາ ທ່ານ ນາຍົກລັດຖະມົນຕີ ສິງກະໂປ ຫຼີ ຊຽນ ຫຼົງ, ທ່ານ ນາງ ໂຮ ຊິງ, ໄດ້ເດີນທາງໄປຢ້ຽມຢາມ ສະຫະກອນຜະລິດພາບດ້ວຍຜ້າ ຫວຸ້ນ ອ໋າດ (ວານຟຸ້ກ, ຮ່າດົງ, ຮ່າໂນຍ). ນະທີ່ນີ້,ພັນລະຍາທັງສອງທ່ານໄດ້ໄປຢ້ຽມຢາມຮາກຖານການຜະລິດ, ບ່ອນທີ່ບັນດາຊ່າງສີມືຂອງສະຫະກອນຜະລິດພາບດ້ວຍເສດຜ້າທີ່ເປັນເອກະລັກ. ພັນລະຍາຂອງທັງສອງທ່ານສະແດງຄວາມນັບຖືຢ່າງສູງຕໍ່ກັບຜົນງານສິລະປະທີ່ສ້າງຂື້ນໂດຍຊ່າງສີມືທີ່ເປັນຄົນພິການຂອງ ຫວຸ້ນ ອ໋າດ, ພ້ອມດຽວກັນນັ້ນກໍ່ເຊື່ອໝັ້ນວ່າ ສູນຕົວແບບນີ້ຈະສືບຕໍ່ເປີດກ້ວາງ, ຊ່ວຍເຫຼືອຜູ້ຄົນທີ່ຍັງປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງຫຼວງຫຼາຍ. ພັນລະຍາທັງສອງທ່ານໃຫ້ຮູ້ວ່າ ຄວາມພາກພຽນ, ມານະພະຍາຍາມໃນການສ້າງຜະລິດຕະພັນແຕ່ລະຢ່າງຂອງ ຫວຸ້ນ ອ໋າດ ເປັນການສະແດງໃຫ້ເຫັນເຖິງຄວາມຕັ້ງໝັ້ນ, ມີມານະຈິດ, ຈິດໃຈບືນຕົວຂື້ນຂອງຊ່າງສີມືແຕ່ລະຄົນຢູ່ທີ່ນີ້, ນັ້ນແມ່ນຈິດໃຈຜ່ານຜ່າອຸປະສັກ, ເຊື່ອມຕົວກັບປະຊາ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັງຄົມ. ພິເສດ, ການນຳໃຊ້ເສດຜ້າເພື່ອປະດິດສ້າງຍັງຊ່ວຍຮັກສາສິ່ງແວດລ້ອມ, ສະແດງເຖິງການພັດທະນາທຸລະກິດແບບຍືນຍົງ. ພັນລະຍາສອງທ່ານຫວັງວ່າ ຫວຸ້ນ ອ໋າດ ຈະນັບມື້ນັບພັດທະນາ, ສົ່ງຕໍ່ແຮງບັນດານໃຈ ແລະ ຊ່ວຍເຫຼືອຜູ້ຄົນທີ່ຍັງປະສົບກັບຄວາມຫຍຸ້ງຍາກໄດ້ຫຼາຍຄົນຍິ່ງຂື້ນ./.

ຕອບກັບ

ຂ່າວ/ບົດ​ອື່ນ