ພັນລະຍາຂອງນາຍົກລັດຖະມົນຕີ ມາເລເຊຍ ມີຄວາມປະທັບໃຈຕໍ່ສິລະປະຟ້ອນຕຸກກະຕານ້ຳ

(VOVWORLD) - ຜູ້ຕາງໜ້າໂຮງລະຄອນໄດ້ແນະນຳບັນດາຈຸດລວມກ່ຽວກັບເຂດວາງສະແດງ ແລະ ປະຫວັດສາດຂອງຮູບແບບສິລະປະຟ້ອນຕຸກກະຕານ້ຳໃຫ້ 2 ທ່ານນາງ.
ພັນລະຍາຂອງນາຍົກລັດຖະມົນຕີ ມາເລເຊຍ ມີຄວາມປະທັບໃຈຕໍ່ສິລະປະຟ້ອນຕຸກກະຕານ້ຳ - ảnh 1

        ຕອນບ່າຍວັນທີ 20 ກໍລະກົດ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ພັນລະຍາຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ, ທ່ານນາງ ເລທິບິກເຈິນ ແລະ ພັນລະຍາຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ທ່ານນາງ Wan Azizah Wan Ismail, ໄດ້ພ້ອມກັນຮັບຊົມລາຍການສະແດງສິລະປະຟ້ອນຕຸກກະຕານ້ຳ ຢູ່ໂຮງລະຄອນສິລະປະຍຸກສະໄໝ ຫວຽດນາມ, ທີ່ ຮ່າໂນ້ຍ.

        ຜູ້ຕາງໜ້າໂຮງລະຄອນໄດ້ແນະນຳບັນດາຈຸດລວມກ່ຽວກັບເຂດວາງສະແດງ ແລະ ປະຫວັດສາດຂອງຮູບແບບສິລະປະຟ້ອນຕຸກກະຕານ້ຳໃຫ້ 2 ທ່ານນາງ. ບັນດານັກສິລະປິນໄດ້ແນະນຳກ່ຽວກັບສິລະປະຟ້ອນຕຸກກະຕານ້ຳ ແລະ ວິທີເຮັດໂຕຕຸກກະຕານີ້. ທ່ານນາງ Wan Azizah Wan Ismail, ໄດ້ສະແດງຄວາມປະທັບໃຈກ່ຽວກັບຮູບແບບຟ້ອນຕຸກກະຕານ້ຳຂອງ ຫວຽດນາມ ພາຍຫຼັງທີ່ຮັບຊົມບັນດາລາຍການສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ