ພັນ​ລະ​ຍາ​ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ ໂຮງ​ຮຽນສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ

(VOVWORLD) -ທ່ານນາງ ເຈິ່ນຫງວຽດທູ - ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຄະນະອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ.
ພັນ​ລະ​ຍາ​ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ ໂຮງ​ຮຽນສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ - ảnh 1ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ແກ່ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ  (ພາບ: VOV)

  ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ເຈິ່ນຫງວຽດທູ - ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຄະນະອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ.

        ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ມີສຳນັກງານຕັ້ງຢູ່ ບ້ານດົງປາແຫຼບ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ. ໂຮງຮຽນແຫ່ງດັ່ງກ່າວຖືກສ້າງຕັ້ງຂຶ້ນນັບແຕ່ປີ 2007 ໃນເນື້ອທີ່ດິນໂດຍລັດຖະບານ ລາວ ມອບໃຫ້ ລັດຖະບານ ຫວຽດນາມ. ໂຮງຮຽນແຫ່ງນີ້ ໂດຍສະມາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນຄຸ້ມຄອງ ພາຍໃຕ້ການຊີ້ນຳລວມຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພາຍໃຕ້ການຊີ້ນຳໂດຍກົງດ້ານວິຊາສະເພາະຂອງກະຊວງສຶກສາທິການ ແລະ ກິລາ ລາວ.

  ເນື່ອງໃນໂອກາດນີ້, ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ໄດ້ມອບປະມວນປຶ້ມແບບຮຽນພາສາ ຫວຽດ ແລະ ມອບເງິນຈຳນວນ 10.000 USD ໃຫ້ແກ່ ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນແຫ່ງນີ້.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ