ພົນລະພາກຫຼວງ 11 ໄດ້ຮັບຫຼຽນໄຊ ວິລະກຳຊັ້ນໜຶ່ງ

ພົນລະພາກຫຼວງ 11 ໄດ້ຮັບຫຼຽນໄຊ ວິລະກຳຊັ້ນໜຶ່ງ  - ảnh 1
ພົນ​ລະ​ພາກ​ຫຼວງ 11 ​ບໍລິສັດ​ໃຫຍ່ ​ແທ່ງ​ອານ
( ພາບ: thanhan11.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 11/6, ຢູ່​ຮ່າ​ໂນ້ຍ, ພົນ​ລະ​ພາກ​ຫຼວງ 11 ​ບໍລິສັດ​ໃຫຍ່ ​ແທ່ງ​ອານ (ກະ​ຊອງ​ປ້ອງ​ກັນປະ​ເທດ) ​ໄດ້ຈັດ​ຕັ້ງ​ພິທີ​ໂຮມ​ຊຸ​ມນຸນສະ​ເຫຼີ​ມສະຫຼອງ 30 ​ປີແຫ່ງວັນ​ສ້າງ​ຕັ້ງ (11/6/1982 – 11/6/2012) ​ແລະ ຕ້ອນຮັບຫຼຽນ​ໄຊວິລະ​ກຳ​ຊັ້ນ​ໜຶ່ງ. ​ໃນ​ຕະຫຼອດ 30 ປີ​ທີ່​ຜ່ານ​ມາ,​ ບັນດາພະ​ນັກ​ງານ, ພາລະ​ກອນ, ນັກຮົບລຸ້ມຕ່າງໆ​ຂອງພົນ​ລະ​ພາກ​ຫຼວງ 11 ​ໄດ້​ມີໜ້າ​ໃນທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ຊາດ, ​ເຮັດ​ໜ້າ​ທີ່​ສາກົນ​ຢູ່​ລາວ, ກຳປູ​ເຈຍ, ກໍ່ສ້າງ​​ກິດຈະກຳ​ທີ່​ມີ​ຄວາມ​ໝາຍ​ອັນໃຫຍ່​ຫຼວງ​ກ່ຽວ​ກັບ​ເສດຖະກິດ ​ແລະ ​ປ້ອງ​ການ​ຊາດຫຼາຍ​ແຫ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ເອກ Phung Quang Thanh, ກຳມະ​ການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ມອບ​ໜ້າ​ທີ່​ໃຫ້ພົນ​ລະ​ພາກ​ຫຼວງ 11.

   “ທີ່​ໜຶ່ງ​ແມ່ນ​ຕ​້ອງ​ປະຕິບັດ​ວຽກ​ງານ​ການ​ເມືອງ​ເປັນ​ຢ່າງ​ດີ. ​ໃນ​ກອງທັບຕ້ອງ​ຖື​ການ​ສຶກສາ​ດ້ານ​ການ​ເມືອງ​ເປັນ​ຕົ້ນຕໍ່, ​ຍາມ​ໃດ​ກໍ່ຮັກສາ​ຄຸນ​ນະ​ທາດ​ດ້ານການ​ເມືອງ, ນັ້ນ​ແມ່ນຈົ່ງ​ຮັກ​ພັກດີຕໍ່​ພັກ, ລັດ ​ແລະ ປະຊາຊົນ. ທີ່​ສອງ​ແມ່ນ​, ສຸມ​ໃສ່​ກໍ່ສ້າງ​ອົງການ​ພັກສາມັກຄີ, ໂປ່ງ​ໄສ, ​ໝັ້ນຄົງເຂັ້ມ​ແຂງ ​ແລະ ສາມັກຄີພາຍ​ໃນ​​, ປະຊາທິປະ​ໄຕ. ກໍ່ສ້າງ​ບໍລິ​ສັດ​ໃຫຍ່​​ໃຫ້ໝັ້ນຄົງເຂັ້ມ​ແຂງ​ຢ່າງຮອບດ້ານ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງ, ​ເຮັດ​ແນວ​ໃດ​​ເພື່ອ​ໃຫ້ບັນດາ​ກິດຈະກຳ​​ຂອງບໍລິສັດ​ໃຫຍ່​ແທ່ງ​ອານ ຮັບປະກັນ​ຄຸນ​ນະ​ພາບ, ຄວາມ​ຄືບ​ໜ້າ ​ແລະ ປອດ​ໄພ”.

ຂ່າວ/ບົດ​ອື່ນ