“ພົນ​ລະ​ພາກ​ຫຼວງ​ອະ​ມະ​ຕະ” ເດີນ​ຂະ​ບວນ​ທາງ​ອອນ​ລານສວນ​ສະ​ໜາມ ເນື່ອງ​ໃນ​ໂອກ​າ​ດ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ລັດ​ເຊຍ ​ຄົບ​ຮອບ 76 ປີ

(VOVWORLD) -    ໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນໄຊຊະນະ ວັນທີ 9 ພຶດສະພາ ທີ່ຊາວ ລັດເຊຍ ຖືເປັນສຳຄັນທີ່ສຸດນັ້ນແມ່ນ ການເດີນຂະບວນສວນສະໜາມຂອງ “ພົນລະພາກຫຼວງອະມະຕະ” ເພື່ອອາໄລຫາບຸກຄົນທີ່ໄດ້ເສຍສະຫຼະຊີວິດໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່, ນຳມາເຊິ່ງສັນຕິພາບໃຫ້ແກ່ ໂຊຫວຽດ ແລະ ຫຼາຍປະເທດ ເອີຣົບ. 
“ພົນ​ລະ​ພາກ​ຫຼວງ​ອະ​ມະ​ຕະ” ເດີນ​ຂະ​ບວນ​ທາງ​ອອນ​ລານສວນ​ສະ​ໜາມ ເນື່ອງ​ໃນ​ໂອກ​າ​ດ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ລັດ​ເຊຍ       ​ຄົບ​ຮອບ 76 ປີ - ảnh 1(ພາບປະກອບ:Tass)

ປີນີ້ ແມ່ນປີທີ 2 ທີ່ການເຄື່ອນໄຫວດັ່ງກ່າວໄດ້ຮັບການຈັດຕັ້ງຕາມຮູບແບບທາງອອນລາຍ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ພາຍຫຼັງການກວດການເດີນຂະບວນສວນສະໜາມທີ່ຖືກຈັດຂຶ້ນຢ່າງສົມກຽດຢູ່ ຈະຕຸລັດ ແດງ ໃນຕອນເຊົ້າວັນທີ 9 ພຶດສະພາ ຢູ່ນະຄອນຫຼວງມົດສະກູ, ຕອນບ່າຍວັນທີ 9 ພຶດສະພາ, ການເດີນຂະບວນສວນສະໜາມຂອງ “ພົນລະພາກຫຼວງອະມະຕະ” ກໍໄດ້ເລີ່ມຈັດຂຶ້ນແບບທາງໄກຢ່າງເປັນທາງການ. ຊາວ ລັດເຊຍ ສາມາດຕິດຕາມລາຍການດັ່ງກ່າວຜ່ານສື່ສັງຄົມອອນລາຍ ຫຼື ໃນຊ່ອງໂທລະພາບ…

        ກິດຈະກຳ “ພົນລະພາກຫຼວງອະມະຕະ” ແມ່ນການເຄື່ອນໄຫວສັງຄົມ ທີ່ຖືກຈັດຂຶ້ນຢູ່ ລັດເຊຍ ແລະ ບາງປະເທດ ເພື່ອແນໃສ່ອາໄລຫາຜູ້ທີ່ໄດ້ເຂົ້າຮ່ວມ ແລະ ເສຍສະຫຼະຊີວິດໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. ການເຄື່ອນໄຫວດັ່ງກ່າວ ນັບມື້ນັບໄດ້ຮັບການຕອບສະໜອງຢ່າງກວ້າງຂວາງ ໂດຍບໍ່ສະເພາະແຕ່ຢູ່ ລັດເຊຍ ຫາກຍັງຢູ່ຫຼາຍປະເທດໃນໂລກອີກດ້ວຍ.

ແອັງຕູ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ