ພົນລະເມືອງ ກູບາ ຢູ່ຕ່າງປະເທດໄປປ່ອນບັດລົງປະຊາມະຕິສຳລັບລັດຖະທຳມະນູນສະບັບໃໝ່

(VOVWORLD) - ໃນລະຫວ່າງວັນທີ 16 – 17 ກຸມພາ, ບັນດາຄະນະທູຕານຸທູດ ແລະ ພົນລະເມືອງ ກູບາ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ບັນດາປະເທດໃນໂລກໄດ້ເຂົ້າຮ່ວມການປ່ອນບັດລົງປະຊາມະຕິຮັບຮອງເອົາລັດຖະທຳມະນູນສະບັບໃໝ່ຂອງ ກູບາ.

ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parrilla ໃຫ້ຮູ້ວ່າ: ວັນທີ 17 ກຸມພາ, ການປ່ອນບັດລົງປະຊາມະຕິສຳລັບບັນດາພົນລະເມືອງ ກູບາ ທີ່ອາໄສຢູ່ຕ່າງປະເທດໄດ້ດຳເນີນຢູ່ 112 ປະເທດໃນໂລກ. ໃນຂະນະນັ້ນ, ຄະນະກຳມະການເລືອກຕັ້ງພິເສດຂຶ້ນກັບກະຊວງການຕ່າງປະເທດ ກູບາ (Minrex) ປະກາດວ່າ ການປ່ອນບັດລົງປະຊາມະຕິສຳລັບລັດຖະທຳມະນູນສະບັບໃໝ່ຊຶ່ງຖືກຈັດຂຶ້ນຢູ່ 112 ປະເທດໃນໂລກໄດ້ດຳເນີນໄປຢ່າງໂປ່ງໃສ ແລະ ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ