ພົນລະເມືອງ ຫວຽດນາມ ກ່ວາ 21.000 ຄົນຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນກັບມາປະເທດຢ່າງປອດໄພ

(VOVWORLD) - ມາຮອດປະຈຸບັນ ໄດ້ຈັດຕັ້ງຖ້ຽວບິນກ່ວາ 80 ຖ້ຽວ ແລະ ນຳສົ່ງພົນລະເມືອງກ່ວາ 21.000 ຄົນຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນກັບມາປະເທດ, ຮັບປະກັນຄວາມປອດໄພ ກໍ່ຄືວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
ພົນລະເມືອງ ຫວຽດນາມ ກ່ວາ 21.000 ຄົນຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນກັບມາປະເທດຢ່າງປອດໄພ - ảnh 1 (ພາບປະກອບ)

  ວັນທີ 06 ສິງຫາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ກ່ຽວຂ້ອງເຖິງແຜນການນຳສົ່ງພົນລະເມືອງ ຫວຽດນາມ ຈາກຕ່າງປະເທດກັບມາປະເທດໃນສະພາບການຢູ່ພາຍໃນປະເທດມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ໂດຍປະຕິບັດຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ດ້ວຍຄວາມມານະພະຍາຍາມຢ່າງສູງສຸດຂອງບັນດາອົງການເຈົ້າໜ້າທີ່ຢູ່ພາຍໃນປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ບົນພື້ນຖານຄວາມມຸ່ງມາດປາດຖະໜາຂອງພົນລະເມືອງ ແລະ ກຳລັງຄວາມສາມາດກັກຕົວຢູ່ພາຍໃນປະເທດ, ມາຮອດປະຈຸບັນ ໄດ້ຈັດຕັ້ງຖ້ຽວບິນກ່ວາ 80 ຖ້ຽວ ແລະ ນຳສົ່ງພົນລະເມືອງກ່ວາ 21.000 ຄົນຈາກກ່ວາ 50 ປະເທດ ແລະ ເຂດແຄ້ວນກັບມາປະເທດ, ຮັບປະກັນຄວາມປອດໄພ ກໍ່ຄືວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”.

    ແລະໃນລະຫວ່າງວັນທີ 06 ແລະ 07 ສິງຫາ 2020, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ, ອົງການຕາງໜ້າ ຫວຽດນາມ ປະຈຳບາງປະເທດ ເອີຣົບ, ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ເກືອບ 280 ຄົນຈາກ ອັງກິດ, ເຢຍລະມັນ, ສະວິດ, ແດນມາກ ແລະ ເຊັກໂກ ກັບມາປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ