​ພົນ​ລະ​ເມືອງ ຫ​ວຽດ​ນາມ ກ່​ວາ 300 ຄົນທີ່​ກັບ​ ​ມາ​ຈາກ​ຕ່າງ​ປະ​ເທດ​ ​ໝົດ​ກຳ​ນົດ​ເວ​ລາ​ແຍກ​ຕົວ​​ລວມ​ໝູ່

(VOVWORLD) -ວັນທີ 7 ເມສາ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແຂວງຫວິງລອງ ໄດ້ມອບໃບຢັ້ງຢືນສຳເລັດການແຍກຕົວລວມໝູ່ໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ກັບ ມາຈາກ ອົດສະຕາລີ 231 ຄົນ.
​ພົນ​ລະ​ເມືອງ ຫ​ວຽດ​ນາມ ກ່​ວາ 300 ຄົນທີ່​ກັບ​ ​ມາ​ຈາກ​ຕ່າງ​ປະ​ເທດ​ ​ໝົດ​ກຳ​ນົດ​ເວ​ລາ​ແຍກ​ຕົວ​​ລວມ​ໝູ່ - ảnh 1 ທ່ານນາງ ໂຮ່ທິທູຮັ່ງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງວິງລອງ ມອບໃບຢັ້ງຢືນສຳເລັດການແຍກຕົວລວມໝູ່ໃຫ້ແກ່ປະຊາຊົນ (ພາບ: TTXVN)

ນີ້ແມ່ນບັນດາພົນລະເມືອງ  ທີ່ກັບ ມາປະເທດ ດ້ວຍເຮືອບິນໝາຍເລກ VN780 ເຊິ່ງໄດ້ລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ ໃນວັນທີ 23 ມີນາ ແລະ ໄດ້ແຍກຕົວຢູ່ ມະຫາວິທະຍາໄລການທະຫານ ຫວິງລອງ (ຕາແສງ ລວານໝີ, ເມືອງ ຕາມບິ່ງ) ເປັນເວລາ 14 ວັນຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ. ທຸກໆຄົນລ້ວນແຕ່ໄດ້ຮັບຜົນກວດເລືອດຄັ້ງທີ 2 ເປັນຜົນລົບກັບເຊື້ອໄວຣັດ SARS-CoV-2.

ມາຮອດວັນທີ 7 ເມສາ, ພົນລະເມືອງ ຫວຽດນາມ 80   ຄົນທີ່ກັບມາຈາກ ສາທາລະນະລັດ ສະຫະພັນ ເຢຍລະມັນ ເຊິ່ງປະຈຸບັນພວມແຍກຕົວຢູ່ ມະຫາວິທະຍາໄລການທະຫານ   ແຂວງ ຮ່ວາບິ່ງ ໄດ້ຮັບຜົນກວດເລືອດທີ 2 ເປັນລົບກັບເຊື້ອໄວຣັດ SARS-CoV-2. ດັ່ງນັ້ນ, ໃນຕອນເຊົ້າວັນທີ 8 ເມສາ, ບັນດາພົນລະເມືອງເຫຼົ່ານີ້ ຈະສິ້ນສຸດການແຍກຕົວຢູ່ຕ່າງຫາກ ແລະ ໄດ້ຮັບໃບຢັ້ງຢືນສຳເລັດການແຍກຕົວລວມໝູ່ ກ່ອນທີ່ຈະກັບເມືອທ້ອງຖິ່ນ.

​ພົນ​ລະ​ເມືອງ ຫ​ວຽດ​ນາມ ກ່​ວາ 300 ຄົນທີ່​ກັບ​ ​ມາ​ຈາກ​ຕ່າງ​ປະ​ເທດ​ ​ໝົດ​ກຳ​ນົດ​ເວ​ລາ​ແຍກ​ຕົວ​​ລວມ​ໝູ່ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ