ພົນເອກ ໂງຊວັນລິກ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ອົດສະຕາລີ

(VOVWORLD) - ໃນຂອບເຂດກອງປະຊຸມໃນວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ 2020, ວັນທີ 18 ກຸມພາ, ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະສອງຝ່າຍ ພົນເອກ ຈັນສະໜອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ທ່ານນາງສະມາຊິກສະພາສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Linda Reynolds.
ພົນເອກ ໂງຊວັນລິກ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ອົດສະຕາລີ - ảnh 1ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໜອນ ຈັນຍາລາດ (ພາບ: TTXVN)

ໃນການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໜອນ ຈັນຍາລາດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ຫວັງວ່າ ລາວ ແລະ ບັນດາປະເທດສະມາຊິກ ອາຊຽນ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນປັບປຸງບັນດາກົນໄກການຮ່ວມມືປ້ອງກັນຊາດ - ການທະຫານ; ສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ມີຄວາມສາມາດເປັນເຈົ້າການຮັບມີກັບບັນດາປັດໄຈສົ່ງຜົນກະທົບຈາກພາຍນອກ. ສ່ວນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໜອນ ຈັນຍາລາດ ຕີລາຄາສູງວຽກງານກະກຽມຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມໃນວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກໍ່ຄືບັນດາການເຄື່ອນໄຫວການທະຫານ - ປ້ອງກັນຊາດ ໃນປີທີ່ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ສະແດງຄວາມເຊື່ອໝັ້ນວ່າດ້ວຍການເປັນປະທານອາຊຽນຂອງຫວຽດນາມໃນປີ 2020, ກົນໄກການຮ່ວມມື ADMM ແລະ ADMM+ ຈະສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ບົດບາດສຳຄັນໃນໂຄງສ້າງຄວາມໝັ້ນຄົງຂອງພື້ນຖານຈະຖຶກຍົກຂຶ້ນສູ່ລະດັບສູງໃໝ່, ພ້ອມກັນສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງປະທານ ອາຊຽນ 2020.

ສ່ວນໃນການຕ້ອນຮັບທ່ານນາງ Linda Reynolds ສະມາຊິກສະພາສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ , ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ຕີລາຄາສູງການຮ່ວມມືກັບ ອົດສະຕາລີ ໃນບັນຫາແມ່ຍິງ, ສັນຕິພາບ, ການປ້ອງກັນຄວາມສະຫງົບ ແລະ ໃຫ້ຮູ້ວ່າຈະແຕ່ງຕັ້ງຜູ້ຕາງໜ້າໄປເຂົ້າຮ່ວມກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດກ່ຽວກັບແມ່ຍິງ, ສັນຕິພາບ, ປ້ອງກັນຄວາມສະຫງົບ ຢູ່ ອົດສະຕາລີ. ສ່ວນທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ກໍ່ສະແດງຄວາມເຊື່ອໝັ້ນວ່າກະຊວງປ້ອງກັນປະເທດ ຫວຽດນາມຈະເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມ ແລະ ການເຄື່ອນໄຫວປ້ອງກັນຊາດ ອາຊຽນ 2020 ພ້ອມກັບບັນດາການເຄື່ອນໄຫວຢູ່ນອກກອງປະຊຸມໄດ້ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ