ພົນ​ເອກ ໂຕ​ເລິ​ມ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ຕຳຫຼວດ ໃຫ້​ການ​ຕ້ອ​ນ​ຮັບ​​ທ່ານ Ted Osius ຮອງປະ​ທານ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ແລະ ການ​ພົວ​ພັນ​ລັດ​ຖະ​ບານ​ຂອງ Google

(VOVWORLD) -ທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google ປາດຖະໜາວ່າ Google ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບບັນດາໜ່ວຍງານເຈົ້າໜ້າທີ່ ຂອງກະຊວງຕຳຫຼວດ ຫວຽດນາມ.
ພົນ​ເອກ ໂຕ​ເລິ​ມ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ຕຳຫຼວດ ໃຫ້​ການ​ຕ້ອ​ນ​ຮັບ​​ທ່ານ Ted Osius ຮອງປະ​ທານ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ແລະ ການ​ພົວ​ພັນ​ລັດ​ຖະ​ບານ​ຂອງ Google - ảnh 1ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ແລະ ທ່ານ Ted Osiuus ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google (ພາບ:TTXVN)

       ຕອນບ່າຍວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google, ທ່ານພົນເອກ ໂຕເລິມ ໄດ້ເນັ້ນໜັ້ກວ່າ Google ແມ່ນກຸ່ມບໍລິສັດອຸດສາຫະກຳໃຫຍ່ຂອງໂລກ, ດ້ວຍປະສົບການຫຼາຍປີສະໜອງບັນດາການບໍລິການ ແລະ ຜະລິດຕະພັນທີ່ກ່ຽວຂ້ອງເຖິງອິນເຕີແນັດ, ໃນນັ້ນມີຫຼາຍຜະລິດຕະພັນໄດ້ສວມບົດບາດສຳຄັນແລະບັນລຸໄດ້ປະສິດທິຜົນສູງໃນວຽກງານຄຸ້ມຄອງສັງຄົມຢູ່ບັນດາປະເທດ. ທ່ານລັດຖະມົນຕີ ໂຕເລິມຢັ້ງຢືນວ່າ: ກະຊວງຕຳຫຼວດ ຫວຽດນາມຍາມໃດກໍ່ສະແດງຄວາມຊົມເຊີຍ ແລະ ສ້າງທຸກເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ, ບຸກຄົນ, ອົງການຈັດຕັ້ງຕ່າງປະເທດ, ໃນນັ້ນມີ Google ທີ່ໄດ້ມາລົງທຶນຮ່ວມມືໃນໄລຍະຍາວ ແລະ ພັດທະນາຢູ່ ຫວຽດນາມ, ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດ ຫວຽດນາມ ແລະ Google ສືບຕໍ່ຄົ້ນຄ້ວາເປີດກວ້າງການເຄື່ອນໄຫວຮ່ວມມື ໃນຫຼາຍຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານ Ted Osius ຮອງປະທານນະໂຍບາຍສາທາລະນະ ແລະ ການພົວພັນລັດຖະບານຂອງ Google ປາດຖະໜາວ່າ Google ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກັບບັນດາໜ່ວຍງານເຈົ້າໜ້າທີ່ ຂອງກະຊວງຕຳຫຼວດ ຫວຽດນາມ, ຜ່ານນັ້ນປະກອບສ່ວນເຂົ້າໃນການປັບປຸງການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນອັນດີງາມຫຼາຍຢ່າງ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ ຫວຽດນາມ - ອາເມລິກາ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ