ພົນເອກຟຸ່ງກວາງແທງຕ້ອນຮັບສະມາຊິກສະພາສູງອາເມລິກາ

ພົນເອກຟຸ່ງກວາງແທງຕ້ອນຮັບສະມາຊິກສະພາສູງອາເມລິກາ - ảnh 1
ພົນເອກຟຸ່ງກວາງແທງຕ້ອນຮັບສະມາຊິກສະພາສູງອາເມລິກາ
(ພາບ: vtc.vn)


​(vovworld) - ຕອນ​ບ່າຍ​ວັນ​ທີ 27/05, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ​ຟຸ່ງກວາງ​​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ສະມາຊິ​ກສະພາ​ສູງ​ອາ​ເມ​ລິ​ກາ John McCain ​ເນື່ອງ​ໃນ​ໂອກາດ​ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ເອກ ຟຸ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ 2 ປະ​ເທດ​ບັນລຸ​ໄດ້​​ໝາກຜົນ​ທີ່​ດີງາມຈຳນວນ​ໜຶ່ງ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ​ເສ​ນາ​ຮັກ, ມ້າງທຳລາຍ​ລະ​ເບີດ, ວັດຖຸ​ລະ​ເບີດ, ​ແກ​້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ… ພົນ​ເອກ​ຟຸ່ງກວາງ​​ແທງ ປາດ​ຖະໜາ​ວ່າ, ​ໃນ​ຖາ​ນະ​ຕຳ​ແໜ່​ງຂອງ​ຕົນ, ທ່ານ John McCain ຈະ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບ​ສ່ວນ​ເພື່ອ​ຊຸກຍູ້, ​ເປີດ​ກວ້າງ​ການພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພ້ອມ​ກັນ​ສູ້​ຊົນ​ພັດທະນາ​ການ​ພົວພັນຮ່ວມ​ມື​ມິດ​ຕະພາບ, ​ເຄົາລົບ​ລະບອບ​ກົດໝາຍ​ຂອງ​ກັນ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື​ພັດທະນາ​ຂອງ​ປະຊາຊົນ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ.

        ສ່ວນ​ທ່ານສະມາຊິ​ກສະພາ​ສູງ John McCain ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດ​ກ້າວ​ພັດທະນາ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ໃນ​ນັ້ນ​ຂົງ​ເຂດ​ການຮ່ວມ​ມື​ດ້ານປ້ອງ​ກັນ​ປະ​ເທດ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົ້າ​ຄ້ຳ​ສຳຄັນ​ໃນ​ການ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ