ພົນເອກໂງຊວນລີກເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນຢູ່ລາວ

ພົນເອກໂງຊວນລີກເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນຢູ່ລາວ - ảnh 1
​ທ່ານ​ພົນ​ເອກ ໂງ​ຊວນ​ລີກ
(ພາບ: zingme)

(vovworld) –  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ຄະ​ນະ​ຜູ້​ແທນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ທ່ານ​ພົນ​ເອກ ໂງ​ຊວນ​ລີກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດນຳ​ໜ້າ, ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊ​ຽນ (ADMM) ແລະ ເຂົ້າ​ຮ່ວມ​ກາ​ນ​ພົບ​ປ​ະ​ບໍ່​ເປັນ​ທາງ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ຍີ່​ປ​ຸ່ນ ແຕ່​ວັນ​ທີ 15 – 17/11. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມນີ້​ສືບ​ຕໍ່​ສະ​ແດງ​ບົດ​ບາດ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ​ຂ​ອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ເປີດ​ກ້​ວາງ​ເພື່ອ​ແນ​ໃສ່​ຊຸກ​ຍ​ູ້, ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່​ມ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ອາ​ຊຽນ. ຜ່​ານ​ການ​ພົບ​ປະ​ແລກ​ປ່ຽ​ນ​ທີ່ກອງ​ປະ​ຊຸມ, ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ປະ​ເທດ​ລາວ ໃນ​ປີ​ປະ​ທານ ອາ​ຊຽນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ