ພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບຜູ້ບັນຊາການທະຫານເຮືອສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 05 ກໍລະກົດ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນເຮືອເອກ Um Huyn Seong, ຜູ້ບັນຊາການກອງທັບເຮືອສ.ເກົາຫຼີ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບຜູ້ບັນຊາການທະຫານເຮືອສ.ເກົາຫຼີ - ảnh 1  ພົນໂທ ຟານວັນຢາງ ຕ້ອນຮັບທ່ານພົນເຮືອເອກ Um Huyn Seong

(ພາບ: qdnd.vn)

ນະທີ່ນີ້, ພົນໂທ ຟານວັນຢາງ ຢືນຢັນວ່າ, ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືລະຫວ່າງກຳລັງກອງທັບເຮືອ 2 ປະເທດ, ປະກອບສ່ວນສຳຄັນເຂົ້າໃນເລື່ອງເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.

      ສ່ວນທ່ານພົນເຮືອເອກ Um Huyn Seong ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ, ຊອກຮູ້ກ່ຽວກັບປະເທດຊາດ, ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ.

      ກ່ອນໜ້ານັ້ນ, ທ່ານພົນເຮືອເອກ Um Huyn Seong ແລະ ຄະນະຜູ້ແທນໄດ້ມີການເຈລະຈາກັບກອງບັນຊາການກອງທັບເຮືອປະຊາຊົນຫວຽດນາມ. ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາໝາກຜົນການຮ່ວມມື ແລະ ການກຳນົດທິດເນື້ອໃນຮ່ວມມືລະຫວ່າງກອງທັບເຮືອຫວຽດນາມ ແລະ ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ