ພົນໂທຫງວຽນຈີ໋ວີ້ງຕ້ອນຮັບຄະນະພະນັກງານກະຊວງປ້ອງກັນປະເທດອິນເດຍ

ພົນໂທຫງວຽນຈີ໋ວີ້ງຕ້ອນຮັບຄະນະພະນັກງານກະຊວງປ້ອງກັນປະເທດອິນເດຍ - ảnh 1
ພົນ​ໂທ​ຫງວຽນ​ຈີ໋ວີ້ງ
(ພາບປະກອບ)

(vovworld) – ທີ່​ການ​ຕ້ອນຮັບ​ເຊິ່ງຈັດ​ຂຶ້ນ​​ໃນ​ຕອນ​ບ່າຍ​ວັນ​ທີ 18/6, ຢູ່ ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ຄະນະ​ພະນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ, ​ໂດຍ​ຫົວໜ້າ​ກົມຮ່ວມ​ມື​ສາກົນ ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ອິນ​ເດຍ ທ່ານ​ນາງ Smita Nagaraj ​ເປັນ​ຫົວ​ໜ້າ​ຄະນະ ມາ​ຢ້ຽມຢາມ​ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກຸ່ມ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຫວຽດນາມ - ອິນ​ເດຍ ຄັ້ງ​ທີ 2.

        ທ່ານ​ຮອງ​ລັດຖະມົນຕີ​ການ​ຊວງ​ປ້ອງກັນ​ປະ​ເທດ ຫວຽດນາມ, ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ດ້ານປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ ພວມ​ພັດທະນາ​ຢ່າງ​ດີງາມ​ຖືກຕ້ອງ​ຕາມ​ຂໍ້​ຕົກລົງ​ທີ່​ການ​​ໂອ້​ລົມ​ສົນທະນາ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ປີ 2013, ​ໃນ​ນັ້ນ, ການ​ຮ່ວມ​ມື​ກອງທັບ​ທະຫານ​ອາກາດ ​ແລະ ກອງທັບ​​ເຮືອ​​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ດີ​ເດັ່ນ​​ໃນ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະ​ຫວ່າງ 2 ປະ​ເທດ. ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ເຊື່ອ​ໝັ້ນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດນີ້​ກ່ວາ​ອີກ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮ່ວມ​ມື​ກ່ຽວ​ກັບ​ອຸດສາຫະກຳ​ປ້ອງ​ກັນຊາ​ດ. ສ່ວນ​ທ່ານ​ນາງ Smita Nagaraj ​ໃຫ້​ຮູ້​ວ່າ: ອິນ​ເດຍຈະ​ມີ​ແຜນການ​ຮ່ວມ​ມື ​ແລະ ໜູນ​ຊ່ວຍ​ລະອຽດ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຜັນ​ຂະຫຍາຍ, ສ້າງ​ມະຫາວິທະຍາ​ໄລ​ສື່ສານ​ເປັນ​ທັນສະ​ໄໝ. ​ໃນ​ການ​ຮ່ວມ​ມື​ອຸດສາຫະກຳ​ປ້ອງ​ກັນ​ຊາດ, ທ່ານ​ນາງ Smita Nagaraj ​ໃຫ້​ຮູ້​ວ່າ: ອິນ​ເດຍພວມ​ມີ​​ແຜນການ​ຜັນ​ຂະຫຍາຍການ​ຕໍ​ກຳ​ປັ່ນລາດ​ຕາ​ເວນ​ຄວາມ​ໄວສູງ ​ໃຫ້ ຫວຽດນາມ, ອິນ​ເດຍ ​ແລະ ຫວຽດນາມ ຈະ​ຮ່ວມມື​ຜະລິດ​ບັນດາພາຫະນະ​ອຸປະກອນ​ການ​ທະຫານ, ສະໜອງ​ໃຫ້​ຕະຫຼາດ 2 ປະ​ເທດ ​ແລະ ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ, ພ້ອມ​ທັງ​ສະໜອງ​ໃຫ້ ຫວຽດນາມ ບາງກິດຈະກຳ​ຍ່ອຍ​ໃນ​ຂົງ​ເຂດອຸດສາຫະກຳ​ປ້ອງ​ກັນຊາ​ດ ​ເຊິ່ງ ຫວຽດນາມ ມີ​ຄວາມ​ຕ້ອງການ.


ຂ່າວ/ບົດ​ອື່ນ