ພົນໂທເຈືອງກວາງແຄ໋ງຕ້ອນຮັບຮອງອຳນວຍການຮ່ວມມືດ້ານເຕັກນິກການທະຫານລັດເຊຍ

ພົນໂທເຈືອງກວາງແຄ໋ງຕ້ອນຮັບຮອງອຳນວຍການຮ່ວມມືດ້ານເຕັກນິກການທະຫານລັດເຊຍ - ảnh 1
ທ່ານພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ຕ້ອນຮັບຮອງຜູ້ອຳນວຍ
ການ​ ທ່ານ Vladimir Nikolaevich Drozzov
(ພາບ: vannghequandoi.com)


(vovworld) – ຕອນ​ບ່າຍວັນ​ທີ 30/9, ຢູ່​ຮ່າ​ໂນ້ຍ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ ຫວຽດນາມ, ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ​ໄດ້​ໃຫ້ການ​ຕ້ອນຮັບຮອງຜູ້ອຳນວຍການ​ອົງການ​ສະຫະພັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ ລັດ​ເຊຍ ທ່ານ Vladimir Nikolaevich Drozzov, ​ເນື່ອງ​ໃນ​ໂອກາດມາຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ່ງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຍາວ​ນານດີງາມ. ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ນັ້ນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ໄດ້ຮັບ​ຖືວ່າ​ເປັນ 1 ​ໃນ 4 ​ເສົາ​ຄ້ຳ​ສຳຄັນ. ທ່ານ​ພົນ​ໂທ ​ເຈືອງ​ກວາງ​ແຄ໋ງ ສະ​ເໜີ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​​ໃຫ້​ກ້າວເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ກ່ວາ​ອີກ.

        ທ່ານຮອງຜູ້ອຳນວຍການ​ອົງການ​ສະຫະພັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ ລັດ​ເຊຍ Vladimir Nikolaevich Drozzov ຢືນຢັນ​ວ່າ: ສະຫະພັນ ລັດ​ເຊຍ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ. ​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນດາ​ອົງການ​ທີ່ກ່ຽວຂ້ອງຂອງ​ ສະຫະພັນ ລັດ​ເຊຍ ​ແລະ ຫວຽດນາມ ຈະ​ສືບຕໍ່ພົບ​ປະ, ​ແລກປ່ຽນ​ມາດ​ຕະການ​ຊຸກຍູ້​ບັນດາ​ຂົງ​ເຂດຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ.


ຂ່າວ/ບົດ​ອື່ນ