ພົນໂທໂດ໋ບ໋າຕິຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ

ພົນໂທໂດ໋ບ໋າຕິຕ້ອນຮັບຄະນະຜູ້ແທນກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ - ảnh 1
ພົນ​ໂທ​ໂດ໋ບ໋າ​ຕິ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ບັນດາ​ກຳລັງ​ປະກອບ​ອາວຸດ​​ປະຕິວັດ​ກູ​ບາ
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 11/8, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ໂດ໋ບ໋າ​ຕິ, ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້​ແທນ​ຄະນະ​ຮັບ​ໃຊ້​ການ​ພັກຜ່ອນ​ບຳລຸງ​ສຸຂະພາບ​ກະຊວງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຕິວັດ ກູ​ບາ, ​ໂດຍ​ທ່ານ​ພົນ​ຈັດ​ຕະວາ Roberto Rodriguez Dpico, ຫົວໜ້າ​ພະລາທິການ​ທະຫານ​ພາກ​ຕາ​ເວັນ​ຕົກ ກູ​ບາ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ພົນ​ໂທ ​ໂດ໋ບ໋າ​ຕິ ​ເນັ້ນ​ໜັກ​ວ່າ: ພ້ອມ​ກັບ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຕ່າງໆ, ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ເພີ່ມ​ທະວີ, ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ຊົມ​ເຊີຍ​ບັນດາຜົນງານ ​ເຊິ່ງການ​ປະຕິວັດ ກູ​ບາ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ອວຍພອນ​ໃຫ້​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​ມີ​ຄວາມ​ໝັ້ນຄົງ, ສະໜິດ​ແໜ້ນ ແລະ ພັດທະນາ​ກ່ວາ​ອີກ.

        ທ່ານ​ພົນ​ຈັດ​ຕະວາ Roberto Rodriguez Dpico ຂໍ​ຂອບ​ອົກ​ຂອບ​ໃຈ ຫວຽດນາມ ​ໄດ້​ມີ​ສຽງ​ເວົ້າ​ສະໜັບສະໜູນຕໍ່​ການ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ໃຫ້​ແກ່ ກູ​ບາ. ກູ​ບາ ຍາມ​ໃດ​ກໍ່​ກຽມ​ພ້ອມ​ທີ່​ຮ່ວມ​ມື ​ແລະ ຊ່ວຍ​ເຫຼືອກ​ອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ເງື່ອນ​ໄຂ​ຄວາມ​ສະມາດ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ