ພົບ​ປະ, ມອບ​ລາງວັນ​ໃຫ້​ແກ່​ທິມບານ​ເຕະ​​ຍິງ​ແຫ່ງ​ຊາດ ຫວຽດນາມທີ່​ຍາດ​ໄດ້ຫຼຽນຄໍາ​ໃນ Sea Games 30

(VOVWORLD)  ປີ 2020, ກິລາບານເຕະຫວຽດນາມ ເວົ້າລວມ ແລະ ບານເຕະຍິງຫວຽດນາມ ເວົ້າສະເພາະ ຈະ ມານະພະຍາຍາມຍາດໄດ້ບັນດາຜົນງານຕໍ່ໆໄປ.

 

ພົບ​ປະ, ມອບ​ລາງວັນ​ໃຫ້​ແກ່​ທິມບານ​ເຕະ​​ຍິງ​ແຫ່ງ​ຊາດ ຫວຽດນາມທີ່​ຍາດ​ໄດ້ຫຼຽນຄໍາ​ໃນ Sea Games 30 - ảnh 1 ທິມບານເຕະຍິງຫວຽດນາມ ຮ້ອງເພງຊາດ ໃນພິທີມອບຫຼຽນຄໍາ (ພາບ: TTXVN)

        ຕອນບ່າຍວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບານເຕະຫວຽດນາມ ໄດ້ຈັດຕັ້ງການພົບປະ ແລະ ມອບຂອງຂວັນຍ້ອງຍໍຂອງບັນດາຫົວໜ່ວຍ ແລະ ສ່ວນບຸກຄົນ ທີ່ມອບໃຫ້ທິມບານເຕະຍິງແຫ່ງຊາດຫວຽດນາມ ເມື່ອຍາດໄດ້ຫຼຽນຄໍາໃນ Sea Games 30.

        ກ່າວຄໍາເຫັນທີ່ການພົບປະ, ທ່ານ ກາວວັນຟອງ, ຮອງປະທານສະຫະພັນບານເຕະຫວຽດນາມ ໄດ້ແບ່ງປັນກ່ຽວກັບວິວັດທະນາການແຫ່ງການຕໍ່ສູ້ເພື່ອຍາດໄດ້ຫຼຽນຄໍາຂອງບັນດານັກກິລາບານເຕະຍິງຫວຽດນາມ ໃນ Sea Games 30 ແລະ ທິດທາງສູ້ຊົນໃນປີ 2020. ຕາມນັ້ນແລ້ວ, ປີ 2020, ກິລາບານເຕະຫວຽດນາມ ເວົ້າລວມ ແລະ ບານເຕະຍິງຫວຽດນາມ ເວົ້າສະເພາະ ຈະ ມານະພະຍາຍາມຍາດໄດ້ບັນດາຜົນງານຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ