ພົບປະກັບຄະນະຜູ້ແທນຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດແຂວງກອນຕູມ

ພົບປະກັບຄະນະຜູ້ແທນຜູ້ມີຄຸນງາມ ຄວາມດີຕໍ່ການປະຕິວັດແຂວງກອນຕູມ - ảnh 1

ທ່ານ​ອວງຈູ​ລຶວມອບ​ຂອງຂວັນ​ໃຫ້​ຜູ້​ຕາງໜ້າ

ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ​ກອນ​ຕູມ

(ພາບ: bttv.org.vnbttv.org.vnbaomoi.com)

(vovworld)- ວັນ​ທີ 17/5, ຢູ່​ຮ່າ​ໂນ້ຍ, ທີ່​ການ​ພົບ​ປະ​ກັບຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ​ກອນ​ຕູມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ຢືນຢັນ​ວ່າ: ພັກ, ລັດ, ສະພາ​ແຫ່ງ​ຊາດ​ຕີ​ລາ​ສູງ ​ແລະ ຍາມ​ໃດ​ກໍ​ຈົດ​ຈຳ​ຄຸນງາມຄວາມດີ, ການ​ເສຍສະຫຼະ, ການ​ປະກອບສ່ວນ​ອັນ​ໃຫ່ຍຫຼວງຂອງ​ປະຊາຊົນ​ທົ່ວປະ​ເທດ​ເວົ້າລວມ ​ແລະ ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ​ກອນ​ຕູມ ​ເວົ້າສະ​ເພາະ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ​ໃຫ້​ຮູ້​ວ່າ: ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ລັດຖະບັນ​ຍັດສະບັບ​ປັບປຸງ, ​ເພີ່ມ​​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ລັດຖະບັນຍັດ​ກ່ຽວ​ກັບ​ການ​ບຸລິມະສິດ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​, ​ໃນ​ນັ້ນມີ​ບັນດາ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​​ໄດ້​ຮັບ​ການ​ປັບປຸງ ​ເພີ່ມ​ເຕີມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ປາດ​ຖະໜາ​ວ່າ: ບັນດາ​ທະຫານ​ເສຍ​ອົງຄະ, ນັກ​ຮົບ​ບາ​ດ​ເຈັບ, ຄອບຄົວ​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ​ກອນ​ຕູມ ສືບ​ຕໍ່​ແມ່ນ​ບັນດາ​ແບບຢ່າງ​ດີ​ເດັ່ນ, ສຶກສາ​ອົບຮົມ​ລຸ່ນໜຸ່ມ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ.

 

ຂ່າວ/ບົດ​ອື່ນ