ພົບປະກັບບັນດານັກຮົບເກົ່າຢູແກຼນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ພົບປະກັບບັນດານັກຮົບເກົ່າຢູແກຼນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
(ພົບ​ປະ​ກັບ​ບັນດາ​​ນັກຮົບ​ເກົ່າ​ຢູ​ແກຼນ ​ເນື່ອງ​ໃນ​ໂອກາດ​
ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງກອງທັບ​ປະຊາຊົນ​ຫວຽດນາມ)

(vovworld) – ທີ່​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດ​າ​ນັກຮົບ​ເກົ່າ​ຫວຽດນາມ ​ແລະ ນັກຮົບ​ເກົ່າ​ຢູ​ແກຼນ ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ຫວຽ​ດນາມ ​ໃນ​ໄລຍະ​ຕໍ່ສູ້​ກູ້ຊາດ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ຢູ​ແກຼນ ​ແລະ Moldova ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ກີ​​ແອບ ​ໃນ​ວັນ​ທີ 05/12. ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ວິ​ສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສສ.ຫວຽດນາມ ປະຈຳ​ຢູ​ແກຼນ ​ແລະ Moldova ຫງວຽນ​ມິນ​ຈິ໋ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ບັນດາ​ນັກຮົບ​ເກົ່າ, ນັກ​ຊ່ຽວຊານ​ໂຊ​ວຽດ, ​ໃນ​ນັ້ນ​ມີ​ບັນດາ​​ນັກຮົບ​ເກົ່າ​ຢູ​ແກຼນ ທີ່​ໄດ້​ເຂົ້າ​ຮ່ວມ, ຮຽງ​ບ່າ​ຮຽງ​ໄຫຼ່ ພ້ອມ​ກັບ​ກອງທັບ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ໄລ​ຍະ​ຫຍ້ງຍາກ​ທີ່​ສຸດ​ຂອງ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ ​ແລະ ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເປັນ​ເອກະ​ພາບ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ມິນ​ຈິ໋ ​ເນັ້ນ​ໜັກ​ວ່າ.

        “ຫວຽດນາມ ​ແລະ ຢູ​ແກຼນ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື, ຄູ່​ຮ່ວມ​ມື​ຮອບດ້ານ, ​ເຊິ່ງລຸ່ນຕ່າງໆ​ຂອງ 2 ປະ​ເທດ​​ໄດ້ເພີ່ມພູນ​ຄຸນ​ສ້າງ. ປະຊາຊົນ​ຢູ​ແກຼນ ​ໄດ້​ສະຫງວນ​ໃຫ້​ປະຊາຊົນ​ຫວຽດນາມ ການ​ຊວ່ຍ​ເຫຼືອ​ທີ່​ໃຫຍ່​ຫຼວງ ​ແລະ ມີ​ປະສິດທິ​ຜົນນັບ​ທັງ​ທາງ​ດ້ານ​ຈິດ​ໃຈ ​ແລະ ວັດຖຸ​ສິ່ງ​ຂອງ​ໃນ​ພະລະ​ກິດ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ຊົນ​ຊາດ ​ແລະ ສ້າງ​ສາ​ປະ​ເທດ​ຊາດ ພາຍຫຼັງ​ສົງຄາມ. ​ໃນ​ຊຸມ​ປີ​ຕໍ່ສູ້​ທີ່​ດຸເດືອດ, ມີ​ຜູ້ທີ່​ປຶກສາ, ນັກ​ຊ່ຽວຊານ​ດ້ານ​ການ​ທະຫານ​ຢູ່ແກຼນ ນັບ​ພັນ​ຄົນ, ​ໃນ​ນັ້ນ​ມີ​ຫຼາຍ​ຄົນ​ໄດ້​ມີໜ້າ​ໃນ​ວັນ​ນີ້ ​ໄດ້​ມາ​ຫວຽດນາມ ປະກອບ​ເຫື່ອ​ແຮງ, ພູມ​ປັນຍາ​ເພື່ອ​ສ້າງ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ ກູ​້ຊາດ​ຂອງ​ປະຊາຊົນ​ຫວຽດນາມ.”

        ທ່ານ Iuri Kislisin, ຮອງ​ປະທານ​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ຢູ​ແກຼນ, ປະ​ທານ​ສະມາຄົມ​ນັກຮົບ​ເກົ່າ​ຢູ​ແກຼນ ​ໃນສົງຄາມຢູ່​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ມູນ​ເຊື້ອ​ວິລະ​ຊົນ​ຂອງ​ກອງທັບ​ປະຊາຊົາຫວຽດນາມ, ຢືນຢັນ​ການ​ເຕີບ​ໃຫຍ່, ​​ເຂັ້ມແຂງ​ຂອງ​ກຳລັງ​ທະຫານ​ທີ່​ຍາມ​ໃດ​ກໍ່​ຍາດ​ໄດ້​ໄຊຊະນະ ​ແລະ ບໍ່ຍອມ​ຈຳນົນ. ທ່ານ​ສະ​ແດງ​ຄວາມ​ນັບຖື​ຕໍ່​ຊາດ​ຫວຽດນາມ ທີ່​ວິລະ​ຊົນ, ​ໄດ້​ສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ.

ຂ່າວ/ບົດ​ອື່ນ